ກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2024

Chia sẻ
(VOVWORLD) - ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແມ່ນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຜ່ານໄລຍະຕ່າງໆ; ພະນັກງານຜູ້ອາວຸໂສ; ຜູ້ເຄື່ອນໄຫວປະຕິວັດ, ຕໍ່ສູ້, ປົກປັກຮັກສາປະເທດຊາດ, ປະຕິບັດພັນທະສາກົນຖືກສັດຕູຈັບຕົວກັກຂັງ
ກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2024 - ảnh 1ກອງປະຊຸມຍ້ອງຍໍບັນດາຜູ້ມີຄຸນງາມຄວາມດີເມື່ອປີ 2023
(ພາບ: VGP)

        ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ຜູ້ມີຄຸນງາມຄວາມດີທີ່ດີເດັ່ນ 350 ຄົນໄດ້ເຂົ້າຮ່ວມກອງປະຊຸມຍ້ອງຍໍບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນໃນທົ່ວປະເທດປີ 2024 ແລະ ເປີດຕົວທະນາຄານແຢນ AND ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຍາດຕິພີ່ນ້ອງຍັງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ບໍ່ທັນຢັ້ງຢືນຂໍ້ມູນໄດ້. ນີ້ແມ່ນການເຄື່ອນໄຫວຈຸດສຸມໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2024). ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແມ່ນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຜ່ານໄລຍະຕ່າງໆ; ພະນັກງານຜູ້ອາວຸໂສ; ຜູ້ເຄື່ອນໄຫວປະຕິວັດ, ຕໍ່ສູ້, ປົກປັກຮັກສາປະເທດຊາດ, ປະຕິບັດພັນທະສາກົນຖືກສັດຕູຈັບຕົວກັກຂັງ; ຜູ້ຕາງໜ້າຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ມີການປະກອບສ່ວນຫຼາຍຢ່າງໃນພາລະກິດການປະຕິວັດ, ຕໍ່ສູ້, ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ທະຫານເສຍອົງຄະ ເລືອງວັນອາ, ມາຈາກແຂວງ ຊອັກຈັງ, ສະແດງຄວາມຮູ້ສຶກວ່າ:

          “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດທີ່ໄດ້ເຂົ້າຮ່ວມກອງປະຊຸມຜູ້ມີຄຸນງາມຄວາມດີຢູ່ ຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າ, ລັດມີຄວາມເອົາໃຈໃສ່ຢ່າງລອບຄອບຖີ່ຖ້ວນຕໍ່ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ”.

ຕອບກັບ