ກອງ​ປະຊຸມ​ຄະນະ​ຊີ້​ນໍາ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ​ແຫ່ງ​ຊາດ

Chia sẻ
(VOVWORLD) -2 ວັນຜ່ານມາ, ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຫຼຸດລົງຢ່າງແຮງ, ໃນຂະນະນັ້ນ ຈໍານວນຜູ້ຫາຍດີເປັນປົກກະຕິກໍເພີ່ມຂຶ້ນທົບ 3 ເທົ່າ. ແຫຼ່ງເກີດໂລກລະບາດ 3 ແຫ່ງຢູ່ຫວຽດນາມ ແມ່ນໄດ້ຮັບການຄວບຄຸມເປັນຢ່າງດີ. 
ກອງ​ປະຊຸມ​ຄະນະ​ຊີ້​ນໍາ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ​ແຫ່ງ​ຊາດ - ảnh 1ກອງປະຊຸມອອນລາຍຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ໃນຕອນເຊົ້າວັນທີ 6 ເມສ (ພາບ: TTXVN)

        ທີ່ກອງປະຊຸມອອນລາຍໃນຕອນເຊົ້າວັນທີ 6 ເມສາ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ໃຫ້ຮູ້ວ່າ ໄດ້ກະກຽມບັນດາອຸປະກອນການແພດຢ່າງພຽງພໍ ເພື່ອກຽມພ້ອມຮັບມືກັບສະພາບໂລກລະບາດທີ່ມີກໍລະນີມີຜູ້ຕິດເຊື້ອພະຍາດຂຶ້ນເຖິງ 3.000 ຄົນໃນທົ່ວປະເທດ, ຊໍ້າບໍ່ໜໍາແມ່ນ 10.000 ຄົນ.

        ຕາມຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດຫວຽດນາມແລ້ວ, ໃນໄລຍະຜ່ານມາ ໄດ້ຄຸ້ມຄອງຜູ້ໂດຍສານເຂົ້າເມືອງຜ່ານທາງອາກາດກວ່າ 66.000 ຄົນ ຢູ່ບັນດາສະຖານທີ່ແຍກຕົວ. ປັດຈຸບັນ, ຍັງເຫຼືອ 14.000 ຄົນ ແລະ ໃນອາທິດຈະມາເຖິງ ໂດຍພື້ນຖານແມ່ນຈະໝົດກໍານົດເວລາແຍກຕົວ 14 ວັນ. ສ່ວນຕາມກະຊວງສາທາລະນະສຸກແລ້ວ, 2 ວັນຜ່ານມາ, ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຫຼຸດລົງຢ່າງແຮງ, ໃນຂະນະນັ້ນ ຈໍານວນຜູ້ຫາຍດີເປັນປົກກະຕິກໍເພີ່ມຂຶ້ນທົບ 3 ເທົ່າ. ແຫຼ່ງເກີດໂລກລະບາດ 3 ແຫ່ງຢູ່ຫວຽດນາມ ແມ່ນໄດ້ຮັບການຄວບຄຸມເປັນຢ່າງດີ. ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:

 “ຄະນະຊີ້ນໍາໄດ້ວາງອອກບັນດາວິທີ ເພື່ອໃຫ້ຂະແໜງສາທາລະນະສຸກຂຶ້ນແຜນຮັບມືກັບກໍລະນີ ມີຜູ້ຕິດເຊື້ອເຖິງ 20.000, 30.000, 50.000 ຄົນ ຊໍ້າບໍ່ໜໍາແມ່ນ 100.000 ຄົນ. ດຽວນີ້, ບໍ່ມີໃຜສາມາດຄາດຄະເນໄດ້ລ່ວງໜ້າຢ່າງໜັກແໜ້ນ ແຕ່ອາດຢັ້ງຢືນໄດ້ວ່າ ຈະບໍ່ມີວິທີຮັບມືຕໍ່ກໍລະນີຜູ້ຕິດເຊື້ອກາຍ 10.000 ຄົນ, ຖ້າສືບຕໍ່ແກ່ຍາວເວລາແຍກຕົວສັງຄົມ”.


 

ຕອບກັບ