ກອງ​ປະ​ຊຸມກຸ່ມ​ເຮັດ​ວຽກຂອງເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ປ້ອ​ງ​ກັນ​ປະ​ເທດ​ຂັ້ນ​ສູງ ອາ​ຊຽນ ແບບ​ທາງ​ໄກ

Chia sẻ
(VOVWORLD) -ວັນທີ 25 ຕຸລາ, ກອງປະຊຸມກຸ່ມເຮັດວຽກຂອງ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດຂັ້ນສູງ ອາຊຽນ (ADSOM WG) ໄດ້ຈັດຕັ້ງແບບທາງໄກ.
ກອງ​ປະ​ຊຸມກຸ່ມ​ເຮັດ​ວຽກຂອງເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ປ້ອ​ງ​ກັນ​ປະ​ເທດ​ຂັ້ນ​ສູງ ອາ​ຊຽນ ແບບ​ທາງ​ໄກ - ảnh 1ກອງປະຊຸມກຸ່ມເຮັດວຽກຂອງ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດຂັ້ນສູງ ອາຊຽນ (ADSOM WG) (ພາບ:qdnd.vn)

ກ່າວຄຳເຫັນນະທີ່ນີ້, ທ່ານພັນເອກ ຫວູແທັ່ງວັນ ຫົວໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ), ຫົວໜ້າ ADSOM WG ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວຫຼາຍຝ່າຍ ເຊິ່ງ ຫວຽດນາມ ຄາດວ່າ ຈະເປັນເຈົ້າພາບຈັດຕັ້ງໃນໄລຍະຈະມາເຖິງ, ລວມມີກອງປະຊຸມ ADSOM WG ໃນທ້າຍເດືອນ ພະຈິກ 2021 ເພື່ອປຶກສາຫາລື, ສ້າງເອກະສານແນະນຳການຜັນຂະຫຍາຍຂໍ້ລິເລີ່ມ ຕັ້ງທຸງ ອາຊຽນ ຢູ່ຄຽງຂ້າງກັບ ທຸງຊາດຂອງ ກົມກອງທະຫານຂອງ ປະເທດສະມາຊິກ ອາຊຽນ ເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຢູ່ ສປຊ, ກອງປະຊຸມຄັ້ງທີ 15 ກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ, ຄາດວ່າຈະໄດ້ຈັດຕັ້ງຕາມຮູບແບບທາງໄກ ໃນເດືອນທັນວາ ປີ 2021.

ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍໝາກຜົນຂອງກອງປະຊຸມ ADMM – 15 ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 8, ເຫັນດີເປັນເອກະພາບວຽກງານກະກຽມໃຫ້ແກ່ກອງປະຊຸມ ADMM ວົງແຄບ ແລະ ກອງປະຊຸມບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບ ອົດສະຕາລີ ແລະ ສ.ເກົາຫຼີ ໃນເດືອນພະຈິກ ປີ 2021…

ຕອບກັບ