ກອງ​ປະ​ຊຸມ ອາ​ຊຽນ - ຈີນ: ​ຮັບ​ຮູ້ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ COC

Chia sẻ
(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບຖືປີ 2024 ແມ່ນປີພົບປະແລກປ່ຽນປະຊາຊົນ ອາຊຽນ - ຈີນ, ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມເຂົ້າໃຈ ແລະ ເຊື່ອມຕໍ່ວັດທະນະທຳລະຫວ່າງປະຊາຊົນບັນດາປະເທດ.
ກອງ​ປະ​ຊຸມ ອາ​ຊຽນ - ຈີນ: ​ຮັບ​ຮູ້ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ COC - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: VOV)

ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM-56)  ຢູ່ ຈາກາຕາ, ອິນໂດເນເຊຍ, ຕອນເຊົ້າວັນທີ 13 ກໍລະກົດ ໄດ້ດຳເນີນກອງປະຊຸມອາຊຽນ - ຈີນ. ນະທີ່ນີ້, ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນການເຈລະຈາຍົກລະດັບສັນຍາພາກພື້ນການຄ້າເສລີ ອາຊຽນ - ຈີນ (ACFTA), ໂດຍຊ່ອງແສງຄຳໝັ້ນສັນຍາສ້າງສະພາບແວດລ້ອມເສດຖະກິດກວມລວມ, ຮອບດ້ານ, ທັນສະໄໝ ແລະ ອີງຕາມກົດໝາຍ. ບັນດາທ່ານລັດຖະມົນຕີ ຮູ້ສຶກເພິ່ງພໍໃຈເພື່ອຢັ້ງຢືນຄວາມຄືບໜ້າໃນການເຈລະຈາກົດແຫ່ງການປະພຶດ (COC) ຢູ່ທະເລຕາເວັນອອກ ດ້ວຍການສິ້ນສຸດຮອບອ່ານເອກະສານຄັ້ງທີ 2 ແລະ ຮັບຮອງເອົາເອກະສານແນະນຳຊຸກຍູ້ການປະຕິບັດສຳເລັດ COC ແທດຈິງ ແລະ ມີປະສິດທິຜົນໂດຍໄວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຖືປີ 2024 ແມ່ນປີພົບປະແລກປ່ຽນປະຊາຊົນ ອາຊຽນ - ຈີນ, ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມເຂົ້າໃຈ ແລະ ເຊື່ອມຕໍ່ວັດທະນະທຳລະຫວ່າງປະຊາຊົນບັນດາປະເທດ.

ຕອບກັບ