ກອງບັນຊາການທະຫານຊາຍແດນແຂວງເຊີນລາ ຊ່ວຍເຫຼືອບັນດາກົມກອງຂອງລາວ

ກວາງ​ຮຸ່ງ
Chia sẻ
(VOVWORLD) - ນີ້ແມ່ນກິດຈະກໍາຢ່າງທັນການເພື່ອຊ່ວຍຮັບປະກັນດ້ານ ພະລາທິການໃຫ້ບັນດາກົມກອງຂອງປະເທດເພື່ອນລາວ
ກອງບັນຊາການທະຫານຊາຍແດນແຂວງເຊີນລາ ຊ່ວຍເຫຼືອບັນດາກົມກອງຂອງລາວ - ảnh 1ພີທີມອບເຂົ້າສານ
(ພາບ: QDND)
ຕອນບ່າຍວັນທີ 22 ທັນວາ, ຢູ່ດ່ານຊາຍແດນຈ່ຽງເຄືອງ, ຄະນະປະຕິບັດງານຂອງກອງບັນຊາການທະຫານ ຊາຍແດນແຂວງເຊີນລາ ໄດ້ມອບເຂົ້າສານ 2,8 ໂຕນ ໃຫ້ແກ່ກອງຮ້ອຍ 211, 212, 213, 214 ສັງກັດກອງບັນຊາການທະຫານແຂວງຫົວພັນ, ລາວ. ນີ້ແມ່ນກິດຈະກໍາຢ່າງທັນການເພື່ອຊ່ວຍຮັບປະກັນ ດ້ານພະລາທິການໃຫ້ບັນດາກົມກອງຂອງປະເທດເພື່ອນລາວ.
ຜູ້ຕາງໜ້າກອງບັນຊາການທະຫານແຂວງຫົວພັນ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ແລະອວຍພອນກອງບັນຊາການທະຫານຊາຍແດນແຂວງ ເຊີນລາ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 - 22 ທັນວາ 2023), ຢືນຢັນວ່າ ຈຳນວນເຂົ້າສານນີ້, ນອກຈາກຄຸນຄ່າທາງດ້ານວັດຖຸແລ້ວ, ຍັງມີຄວາມໝາຍທາງດ້ານຈິດໃຈອັນໃຫຍ່ຫຼວງ ອີກດ້ວຍ, ຜ່ານນັ້ນແບ່ງປັນ ແລະໜູນຊ່ວຍບັນດາກົມກອງດັ່ງກ່າວຢ່າງທັນການ. ພ້ອມທັງເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບທະຫານຊາຍແດນແຂວງເຊີນລາ ປະຕິບັດບັນດາ ເນື້ອໃນຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງເຂດຊາຍແດນ, ຮັກສາຄວາມສະຫງົບປອດໄພ - ຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດຊາຍແດນ; ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳປະເພດຕ່າງໆ, ສະກັດກັ້ນ ແລະຕ້ານການເຂົ້າ-ອອກເມືອງຜິດກົດໝາຍ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ຫວຽດນາມ - ລາວ.

ຕອບກັບ