ກ​ຣົວ​ຊີ ຈະ​ເຂົ້າ​ຮ່ວມ​ເຂດ​ໄປ​ມາ​ຢ່າງ​ເສ​ລີ Schengen ເລີ່ມ​ແຕ່​ປີ 2023

Chia sẻ
(VOVWORLD) -ວັນທີ 8 ທັນວາ, ສະຫະພາບເອີຣົບ (ອີຢູ) ໄດ້ຕົກລົງເຫັນດີອະນຸຍາດໃຫ້ ກຣົວຊີ ເຂົ້າຮ່ວມເຂດຍົກເວັ້ນວີຊາ Schengen ຢ່າງຄົບຖ້ວນ, ແຕ່ວ່າ ໂຣມາເນຍ ແລະ ບຸນກາຣີ ຈະຕ້ອງລໍຖ້າອີກໄລຍະໜຶ່ງ.
ກ​ຣົວ​ຊີ ຈະ​ເຂົ້າ​ຮ່ວມ​ເຂດ​ໄປ​ມາ​ຢ່າງ​ເສ​ລີ Schengen ເລີ່ມ​ແຕ່​ປີ 2023 - ảnh 1 ທ່ານນາງ Ylva Johansson ກຳມະການຮັບຜິດຊອບວຽກງານພາຍໃນຂອງ ອີຢູ  (ພາບ: rferl.org)

 ທ່ານນາງ Ylva Johansson ກຳມະການຮັບຜິດຊອບວຽກງານພາຍໃນຂອງ ອີຢູ ໃຫ້ຮູ້ວ່າ ສຳລັບກໍລະນີຂອງ ບຸນກາຣີ ແລະ ໂຣມາເນຍ, ອີຢູ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເປັນເອກະພາບເທື່ອ.

        ເຂດ Schengen ແມ່ນເຂດໄປມາຢ່າງເສລີ ໃຫຍ່ທີ່ສຸດໃນໂລກ ແລະ ປັດຈຸບັນມີ 26 ປະເທດເຂົ້າຮ່ວມ, ໃນນັ້ນ ມີ 22 ປະເທດສະມາຊິກຂອງອີຢູ ພ້ອມດ້ວຍ ອຽກລັງ, ເລກເຕນສເຕນ, ນອກແວ ແລະ ສະວິດ. ມີປະຊາກອນປະມານ 1,7 ລ້ານຄົນ ພວມດຳລົງຊີວິດຢູ່ເຂດນີ້ ແລະ ເຮັດວຽກຢູ່ບາງປະເທດອື່ນໃນເຂດນີ້. ແຕ່ລະມື້ເຂດນີ້ມີຜູ້ເດີນທາງໄປ - ມາປະມານ 3,5 ລ້ານຄົນ.

        ເດືອນພະຈິກ, EC ຖືວ່າ ທັງ 3 ປະເທດ ກຣົວຊີ, ໂຣມາເນຍ ແລະ ບຸນກາຣີ ລ້ວນແຕ່ມີມາດຖານຄົບ ເພື່ອເຂົ້າຮ່ວມເຂດນີ້. ລັດຖະສະພາເອີຣົບ ກໍໄດ້ປ່ອນບັດສະໜັບສະໜູນລະບຽບການສະມາຊິກໃຫ້ບັນດາປະເທດດັ່ງກ່າວແລ້ວ. ແຕ່ວ່າການຕົກລົງສຸດທ້າຍແມ່ນຕ້ອງໄດ້ຜ່ານການຮັບຮອງ ດ້ວຍຄວາມເຫັນດີເຫັນພ້ອມຈາກທຸກປະເທດສະມາຊິກ.

 

ຕອບກັບ