ໜັງສືພິມ Bangkok Post ສະບັບອອກ ວັນທີ 6 ເມສາໄດ້ຄັດສະເໜີຄໍາເຫັນຂອງທ່ານ Sanan Angubol ປະທານກຸ່ມບໍລິສັດ Srithai Superware ໂດຍໃຫ້ຮູ້ວ່າ ຈະລົງທຶນ 450 ລ້ານບາດສະກຸນເງິນໄທ ເຊິ່ງເທົ່າກັບ 13,64 ລ້ານ USD ເພື່ອເປີດກວ້າງການດໍາເນີນທຸລະກິດຢູ່ຫວຽດນາມ, ໃນນັ້ນ 300 ລ້ານບາດ ນໍາໃຊ້ເພື່ອປະກອບເຄື່ອງຈັກໃໝ່ ແນໃສ່ເພີ່ມສະມັດຕະພາບການຜະລິດເບົ້າຮີດຢາງ (PET preform) ແລະ ບັນດາຜະລິດຕະພັນໂດຍອັດລົມຢູ່ໂຮງງານສອງແຫ່ງຢູ່ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ.