ກຸ່ມ P5+1 ຄາດວ່າຈະຈັດກອງປະຊຸມກ່ຽວກັບບັນຫານິວເຄຼຍຂອງ ອີຣານ ຢູ່ Kazakhstan

Chia sẻ
ກຸ່ມ P5+1 ຄາດ​ວ່າ​ຈະ​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ອີຣານ ຢູ່ Kazakhstan
ກຸ່ມ P5+1 ຄາດວ່າຈະຈັດກອງປະຊຸມກ່ຽວກັບບັນຫານິວເຄຼຍຂອງ ອີຣານ ຢູ່ Kazakhstan - ảnh 1
ພາບປະກອບ

(vovworld) – ວັນ​ທີ 3/2, ກ່າວ​ຄຳ​ເຫັນ​ຢູ່​ນອກ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ Munich ຄັ້ງ​ທີ 49 ​ເຊິ່ງຈັດ​ຕັ້ງ​ຢູ່​ເຢຍລະ​ມັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Ali Akbar Salehi ​ໃຫ້​ຮູ້​ວ່າ: ກຸ່ມ P5 + 1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ) ຈະ​ຈັດ​ຕັ້ງ​ຮອບ​ເຈລະຈາ​ຄັ້ງ​ໃໝ່ ກັບ​ອີຣານ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ຢູ່ Kazakhstan ​ໃນ​ວັນ​ທີ 25/2 ຈະ​ມາ​ເຖິງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຈົ້າ​ໜ້າ​ທີ່​ຜູ້​ນີ້ ພັດບໍ່​ເວົ້າ​ແຈ້ງວ່າ ອີຣານ ​ຈະເຫັນ​ດີ​ເຂົ້າຮ່ວມ​ກອງ​ປະຊຸມ​ນີ້ ຫຼື ບໍ່. ​ໃນ​ຂະນະ​ນັ້ນ, ກໍ່​ຢູ່​ນອກ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ Munich, ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ໄດ້​ສະ​ເໜີ​ຈັດ​ຕັ້ງ​ການ​ເຈລະຈາ 2 ຝ່າຍ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອີຣານ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ.