ບັນດາມືປຶນ Houthi (ພາບ: AFP/TTXVN) |
ວັນທີ 29 ມີນາ ໂຄສົກຂອງກຳລັງກະບົດ Houthi ຢູ່ ເຢເມນ ໄດ້ຍອມຮັບວ່າ ກຳລັງນີ້ຍິງລູກຈະຫຼວດ ແລະ ນຳໃຊ້ເຮືອບິນບໍ່ມີຄົນຂັບບຸກໂຈມຕີບັນດາສະຖານທີ່ ສຳຄັນ ຢູ່ນະຄອນຫຼວງ Riyadh ກໍ່ຄືບັນດາຈຸດທີ່ຕັ້ງເສດຖະກິດ ແລະ ການທະຫານຢູ່ເຂດ Jazan ແລະ Asir ຂອງ ອາຣັບບິ ຊາອຸດິ, ໃກ້ກັບເຂດຊາຍແດນຂອງ ເຢເມນ. ການກະທຳປີນຂັ້ນໄດນີ້ໄປຝຶນກັບຖະແຫຼງການກ່ອນໜ້ານັ້ນ ຂອງ ກຸ່ມ Houthi ທີ່ຊົມເຊີຍຄຳສັ່ງຍຸດຍິງສະບັບໜຶ່ງ.