WTO ຫຼຸດ​ລະ​ດັບ​ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ໃນ​ທົ່ວ​ໂລກ​ປີ 2023 ລົງ

Chia sẻ
(VOVWORLD) -ອົງການການຄ້າໂລກ (WTO) ໄດ້ຫຼຸດລະດັບຄາດຄະເນການເຕີບໂຕດ້ານການຄ້າໃນທົ່ວໂລກປີ 2023 ລົງ ໃນສະພາບທີ່ການປະທະກັນຢູ່ ຢູແກຼນ ແລະ ບາງປັດໄຈອື່ນໄດ້ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດໂລກ.  
WTO ຫຼຸດ​ລະ​ດັບ​ຄາດ​ຄະ​ເນ​​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ໃນ​ທົ່ວ​ໂລກ​ປີ 2023 ລົງ - ảnh 1 ສຳນັກງານອົງການ WTO (ພາບ: THX/TTXVN)

ວັນທີ 5 ຕຸລາ, ອົງການການຄ້າໂລກ (WTO) ໄດ້ຫຼຸດລະດັບຄາດຄະເນອັດຕາການເຕີບໂຕດ້ານການຄ້າໃນທົ່ວໂລກປີ 2023 ລົງ ໃນສະພາບທີ່ການປະທະກັນຢູ່ ຢູແກຼນ ແລະ ບາງປັດໄຈອື່ນໄດ້ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດໂລກ.  

ໃນແຜນການຄາດຄະເນດ້ານການຄ້າປະຈຳປີສະບັບປັບປຸງ, ນັກເສດຖະກິດ WTO ຫຼາຍທ່ານ ຍັງຮັກສາລະດັບຄາດຄະເນເສດຖະກິດທົ່ວໂລກໄວ້ຄືເກົ່າກໍຄື ເພີ່ມຂຶ້ນໃນລະດັບ 2,8% ໃນປີນີ້, ເທົ່າກັບລະດັບທີ່ໄດ້ຍົກອອກເມື່ອເດືອນເມສາຜ່ານມາ. ເຖິງຢ່າງໃດກໍຕາມ, ໃນປີຈະມາເຖິງ, ການເຕີບໂຕ GDP ທົ່ວໂລກ ຄາດວ່າບັນລຸພຽງ 2,3% ຫຼຸດລົງເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນແມ່ນ 3,2%.


ຕອບກັບ