WB ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ

Chia sẻ
(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Axel van Trotsenburg, ຜູ້ອຳນວຍການໃຫຍ່ບໍລິຫານທະນາຄານໂລກ (WB).
WB ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ບົນ​ເສັ້ນ​ທາງ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Axel van Trotsenburg, ຜູ້ອຳນວຍການໃຫຍ່ບໍລິຫານທະນາຄານໂລກ (WB)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະກອບເງິນເກືອບ 16 ລ້ານ USD ໃນໄລຍະ 3 ປີ (2021 - 2023) ເຂົ້າໃນການເພີ່ມທຶນຫຼາຍທີ່ສຸດຂອງ WB ໃນປະຫວັດສາດ (ລະດົມເງິນໃຫ້ໄດ້ 13 ຕື້ USD) ເພື່ອເພີ່ມເຕີມເຂົ້າແຫຼ່ງທຶນເຄື່ອນໄຫວ WB, ເຊິ່ງສະແດງໃຫ້ເຫັນຄວາມຮັບຜິດຊອບ, ພັນທະ, ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງ ຫວຽດນາມ ໃນສະພາບການຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ WB ສືບຕໍ່ໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍວິທີການສຳຜັດຈາກທັງ2 ທິດນັ້ນແມ່ນຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຫຼຸດຜ່ອນການປ່ອຍທາດກາກບອນ, ທາດເມຕານໃນຂົງເຂດກະສິກຳ, ສຸມໃສ່ 3 ຂົງເຂດນັ້ນແມ່ນ ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນ; ບຳລຸງສ້າງຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສຳຫຼວດ, ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການພັດທະນາພະລັງງານແຮງລົມ, ພະລັງງານແສງຕາເວັນ.

ທ່ານ Axel ໄດ້ເນັ້ນໜັກວ່າ WB ຈະສືບຕໍ່ຮ່ວມເດີນທາງກັບລັດຖະບານ ຫວຽດນາມ ບົນເສັ້ນທາງພັດທະນາຈະມາເຖິງ ບໍ່ພຽງແຕ່ໃນຂົງເຂດການເງິນ, ປະກອບສ່ວນແກ້ໄຂບັນຫາຍຸດທະສາດຄື ຍົກສູງກຳລັງຄວາມສາມາດຂອງລະບົບສາທາລະນະສຸກ, ຮັບມືກັບພະຍາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. WB ພ້ອມແລ້ວທີ່ຈະຈັດສົ່ງຖັນແຖວນັກຊ່ຽວຊານທົ່ວໂລກ ແລະ ຫ້ອງວ່າການ ຫວຽດນາມ ໄປໜູນຊ່ວຍລັດຖະບານສ້າງບົດລາຍງານ ຫວຽດນາມ 2045, ປະກອບສ່ວນມຸ່ງໄປເຖິງເປົ້າໝາຍກໍ່ສ້າງຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ຕອບກັບ