WB ອຸ​ປະ​ຖຳ​ຈຳ​ນວນ ເງິນ​​ 30 ຕື້ USD ເພື່ອ​ແກ້​ໄຂ​ໃຫ້​ແກ່​ສະ​ພາບ​ການ​ຂາດ​ສະ​ບຽງ​ອາ​ຫານ​ໃນ​ທົ່ວ​ໂລກ

Chia sẻ
(VOVWORLD) -ທະນາຄານໂລກ (WB) ພ້ອມແລ້ວທີ່ຈະສະໜອງເງິນຂຶ້ນເຖິງ 30 ຕື້ USD ເພື່ອແກ້ໄຂສະພາບການຂາດສະບຽງອາຫານໃນທົ່ວໂລກ ຍ້ອນຜົນກະທົບຈາກການປະທະກັນຢູ່ ຢູແກຼນ. 
WB ອຸ​ປະ​ຖຳ​ຈຳ​ນວນ ເງິນ​​ 30 ຕື້ USD ເພື່ອ​ແກ້​ໄຂ​ໃຫ້​ແກ່​ສະ​ພາບ​ການ​ຂາດ​ສະ​ບຽງ​ອາ​ຫານ​ໃນ​ທົ່ວ​ໂລກ - ảnh 1ພາບປະກອບ: AFP/TTXVN

ຜູ້ອຳນວຍການຮັບຜິດຊອບ ການເຄື່ອນໄຫວກູ້ຊ່ວຍຂອງ WB Axel van Trotsenburg ໄດ້ຍົກອອກການຖະແຫຼງດັ່ງກ່າວ ໃນການຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ Reuters  ເມື່ອປະຕິບັດການຢ້ຽມຢາມນະຄອນຫຼວງ Sarajevo ຂອງປະເທດ Bosnia-Herzegovina. ຕາມທ່ານ  Trotsenburg ແລ້ວ, ການປະທະກັນຢູ່ຢູແກຼນ ໄດ້ເຮັດໃຫ້ ເຄື່ອນໄຫວສົ່ງອອກທັນຍາຫານຂອງ ປະເທດນີ້ຂາດວັກຂາດຕອນການ, ເຊິ່ງແມ່ນ 1 ໃນບັນດາປະເທດສົ່ງອອກທັນຍາຫານຫຼັກແຫຼ່ງຂອງ ໂລກ, ກໍ່ໃຫ້ເກີດສະພາບການຂາດທັນຍາຫານ ໃນທົ່ວໂລກ. ນີ້ແມ່ນໜຶ່ງໃນບັນດາສາຍເຫດເຮັດໃຫ້ WB ກຽມພ້ອມທີ່ຈະອຸປະຖຳເງິນ ຂຶ້ນເຖິງ 30 ຕື້ USD ເພື່ອແກ້ໄຂສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານໃນໂລກ ໃນໄລຍະເວລາ 12 ເດືອນຈະມາເຖິງ.

ກ່ອນໜ້ານັ້ນ, ວັນທີ 13 ກັນຍາ, ກອງທຶນເງິນຕາສາກົນ (IMF) ໄດ້ຢັ້ງຢືນແຜນການເປີດກວ້າງການອຸປະຖຳໂດຍດ່ວນໃຫ້ແກ່ບັນດາປະເທດຖືກຜົນສະທ້ອນຂອງການເພີ່ມລາຄາສະບຽງອາຫານທີ່ເພີ່ມຂຶ້ນ ແລະ ສະພາບການຂາດສະບຽງອາຫານຍ້ອນຜົນກະທົບຈາການປະທະກັນຢູ່ຢູແກຼນ.

ຕອບກັບ