WB ສະເໜີແນະ ຫວຽດນາມ ຄວນມີການກະທຳຕໍ່ບັນດາໄພພິບັດທຳມະຊາດໃນທັນທີ

Chia sẻ
(VOVWORLD) - ຫວ່າງແລ້ວນີ້, ທະນາຄານໂລກ (WB) ໄດ້ປະກາດບົດລາຍງານກ່ຽວກັບຄວາມສ່ຽງຈາກໄພພິບັດທຳມະຊາດຢູ່ເຂດແຄມຝັ່ງທະເລພາກກາງ ຫວຽດນາມ, ໃນນັ້ນ ໄດ້ຮຽກຮ້ອງໃຫ້ລັດຖະບານ ຫວຽດນາມ ຕ້ອງມີການກະທຳໃນທັນທີ “ເພື່ອຮັບປະກັນລະດັບການເຕີບໂຕໃນອະນາຄົດຕໍ່ໜ້າບັນດາຄວາມສ່ຽງຈາກໄພພິບັດທຳມະຊາດ”.
WB ສະເໜີແນະ ຫວຽດນາມ ຄວນມີການກະທຳຕໍ່ບັນດາໄພພິບັດທຳມະຊາດໃນທັນທີ - ảnh 1 ໄພພິບັດທຳມະຊາດຢູ່ພາກກາງ ຫວຽດນາມ ໃນໄລຍະຜ່ານມາ (ພາບ: TTXVN)

        ບົດລາຍງານຖືວ່າ ບັນດາມາດຕະການໃນປະຈຸບັນ ເຊິ່ງລັດຖະບານ ຫວຽດນາມ ພວມປະຕິບັດແມ່ນເປັນໜ້າປະທັບໃຈພໍສົມຄວນ ແລະ ນຳ ຫວຽດນາມ ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການຍັງບໍ່ທັນຄົບຖ້ວນ ເພື່ອຮັບມືຕໍ່ຄວາມສ່ຽງຈາກໄພພິບັດທຳມະຊາດ.

        ບົດລາຍງານໄດ້ເຕື້ອງເຖິງ 3 ສາຍເຫດທີ່ພາໃຫ້ເກີດຄວາມສ່ຽງດັ່ງກ່າວ. ທີໜຶ່ງແມ່ນລະດັບການຫັນເປັນຕົວເມືອງໄວ, ທີສອງແມ່ນເສດຖະກິດພັດທະນາ, ທີສາມແມ່ນການປ່ຽນແປງຂອງດິນຟ້າອາກາດ. ເພື່ອຮັບປະກັນໃຫ້ ຫວຽດນາມ ສາມາດສືບຕໍ່ພັດທະນາໃຫ້ປະສົບຜົນສຳເລັດ, ຄວນຄິດໄລ່ຊັ່ງຊາເຖິງຄວາມສາມາດຟື້ນຟູຢ່າງລະບົບກ່ວາ, ໃນທຸກຂົງເຂດ. ລັດຖະບານ ຫວຽດນາມ ກໍ່ຄວນເພີ່ມທະວີກຳລັງຄວາມສາມາດຮັບມືໃຫ້ເປັນຢ່າງດີ ເພື່ອຮັບປະກັນວ່າ ປະຊາຄົມວິສາຫະກິດ ແລະ ທົ່ວປະເທດສາມາດຟື້ນຟູໄດ້ຢ່າງວ່ອງໄວພາຍຫລັງເກີດໄພພິບັດທຳມະຊາດ.

ຕອບກັບ