WB ຢັ້ງ​ຢືນ​ໜູນ​ຊ່ວຍ​ຫວຽດ​ນາມ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ລາຍ​ຮັບ​ສູງ

Chia sẻ
(VOVWORLD) -ໃນການຢ້ຽມຢາມຫວຽດນາມຄັ້ງທຳອິດ, ທ່ານນາງ Manuela V. Ferro ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ການນຳຂັ້ນສູງຕ່າງໆຂອງ ຫວຍດນາມ ຈຳນວນໜຶ່ງ.
WB ຢັ້ງ​ຢືນ​ໜູນ​ຊ່ວຍ​ຫວຽດ​ນາມ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ລາຍ​ຮັບ​ສູງ - ảnh 1ທ່ານນາງຮອງປະທານທະນາຄານໂລກ (WB) ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ Manuela V. Ferro (ພາບ: TTXVN)

ວັນທີ 30 ມີນາຕາມເວັບໄຊ Fibre2Fashion (ອາເມລິກາ) ໃຫ້ຮູ້ວ່າ ທ່ານນາງຮອງປະທານທະນາຄານໂລກ (WB) ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ Manuela V. Ferro ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນເວລາ 5 ວັນ. ໃນການຢ້ຽມຢາມຄັ້ງນີ້, ທ່ານນາງຮອງປະທານ WB ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ກຸ່ມ WB ກ່ຽວກັບການໜູນຊ່ວຍຫວຽດນາມ ໃຫ້ບັນລຸໄດ້ເປົ້າໝາຍກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງໃນປີ 2045 ແລະ ບັນລຸໄດ້ການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ທ່ານນາງ Manuela V. Ferro ເນັ້ນໜັກວ່າ WB ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ສ້າງບົດລາຍງານ 2045 ຢ່າງຕັ້ງໜ້າ ເພື່ອປະກອບສ່ວນຊ່ວຍຫວຽດນາມ ຫັນເປົ້າໝາຍກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.

ໃນການຢ້ຽມຢາມຫວຽດນາມຄັ້ງທຳອິດ, ທ່ານນາງ Manuela V. Ferro ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ການນຳຂັ້ນສູງຕ່າງໆຂອງ ຫວຍດນາມ ຈຳນວນໜຶ່ງ. ໃນການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບຸລິມະສິດ ແລະ ສິ່ງທ້າທາຍໃນການພັດທະນາຂອງ ຫວຽດນາມ ກໍ່ຄື ຫວຽດນາມ ອາດຈະຍາດແຍ່ງເອົາການໜູນຊ່ວຍຂອງ WB ເພື່ອບັນລຸໄດ້ຜົນງານຢ່າງແທດຈິງ, ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາງ Manuela V. Ferro ເນັ້ນໜັກວ່າ WB ຈະໜູນຊ່ວຍບັນດາມາດຕະການປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອແກ້ໄຂສິ່ງທ້າທາຍ ໃຫ້ເໝາະສົມກັບຈຸດພິເສດ, ກາລະໂອກາດພັດທະນາຂອງ ຫວຽດນາມ.

ຕອບກັບ