WB ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ຫວຽດ​ນາມ ກະ​ກຽມ​ແຫຼ່ງ​ກຳ​ລັງ​ລົງ​ທຶນ​ພັດ​ທະ​ນາ​ໃຫ້​ເປັນ​ຢ່າງ​ດີ

Chia sẻ
(VOVWORLD) - ຕອນບ່າຍວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການ ທະນາຄານໂລກ (WB) ປະຈຳຫວຽດນາມ.
WB ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ຫວຽດ​ນາມ ກະ​ກຽມ​ແຫຼ່ງ​ກຳ​ລັງ​ລົງ​ທຶນ​ພັດ​ທະ​ນາ​ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການ ທະນາຄານໂລກ (WB) ປະຈຳຫວຽດນາມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງ WB ໃຫ້ອະນຸມັດບ້ວງເງິນໜູນຊ່ວຍ 12 ຕື້ USD ໃຫ້ແກ່ບັນດາປະເທດໃນທົ່ວໂລກ, ໃນນັ້ນມີ ຫວຽດນາມ ເພື່ອຊື້ ແລະ ຜັນຂະຫຍາຍວັກຊິນກັນພະຍາດ.

        ກ່ຽວກັບການກຳນົດທິດການຮ່ວມມື, ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ: ຫວຽດນາມພວມກໍ່ສ້າງແຜນການພັດທະນາ ເສດຖະກິດ - ສັງຄົມ ແລະ ແຜນການລົງທຶນພາກລັດ ໄລຍະກາງ ແຕ່ປີ 2021 – 2026. ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ WB ສືບຕໍ່ສົມທົບ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຂອງຫວຽດນາມຢ່າງແໜ້ນແຟ້ນ ເພື່ອກະກຽມບັນດາໂຄງການ, ລາຍການໃຫ້ມີຄຸນນະພາບຢ່າງແທ້ຈິງ ແລະ ມີປະສິດທິຜົນ ເພື່ອຕອບສະໜອງຄວາມຕ້ອງການແຫຼ່ງກຳລັງໃນການລົງທຶນພັດທະນາ.

        ທ່ານນາງ Carolyn Turk ໄດ້ແບ່ງເບົ່າຕໍ່ຄວາມເສຍຫາຍຂອງປະຊາຊົນຢູ່ເຂດພາກກາງຫວຽດນາມ ທີ່ພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກຝົກຕົກ, ນ້ຳຖ້ວມ. ທ່ານນາງ Carolyn Turk ໃຫ້ຮູ້ວ່າ: WB ຈະປະຕິບັດທຸກສິ່ງທຸກຢ່າງເພື່ອໜູນຊ່ວຍປະຊາຊົນຢູ່ເຂດພາກກາງຫວຽດນາມ.

ຕອບກັບ