WB ຈະຮ່ວມເດີນທາງ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບົນເສັ້ນທາງພັດທະນາ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈທ່ານນາງ Carolyn Turk, ທີ່ມີອາຍຸການປະຕິບັດງານບັນລຸຜົນສຳເລັດເປັນເວລາເກືອບ 4 ປີຢູ່ ຫວຽດນາມ
WB ຈະຮ່ວມເດີນທາງ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ບົນເສັ້ນທາງພັດທະນາ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ
(ພາບ: VGP)

        ຕອນບ່າຍວັນທີ 28 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ.

        ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈທ່ານນາງ Carolyn Turk, ທີ່ມີອາຍຸການປະຕິບັດງານບັນລຸຜົນສຳເລັດເປັນເວລາເກືອບ 4 ປີຢູ່ ຫວຽດນາມ; ທ່ານຕີລາຄາສູງເລື່ອງ WB ໄດ້ຮ່ວມເດີນທາງ ແລະ ໜູນຊ່ວຍວິວັດການປ່ຽນແປງໃໝ່ຂອງ ຫວຽດນາມ ໃນຕະຫຼອດໄລຍະ 30 ປີທີ່ຜ່ານມາຢ່າງແທດຈິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ WB ເພີ່ມການໜູນຊ່ວຍດ້ານການເງິນໃຫ້ແກ່ ຫວຽດນາມ, ສຸມໃສ່ບັນດາໂຄງການຈຸດສຸມລະດັບຊາດ, ມີຂອບຂະໜາດໃຫຍ່ໃນບັນດາຂົງເຂດການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ການພັດທະນາຄົມມະນາຄົມຍຸດທະສາດ… ທ່ານນາຍົກລັດຖະມົນຕີຕໍ່ປາດຖະໜາຢາກໃຫ້ຕ້ອນຮັບທ່ານນາງປະທານ WB ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຈຸດເວລາໄວທີ່ສຸດ, ເພື່ອເປັນການປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ WB ແລະ ຫວຽດນາມ ໃຫ້ພັດທະນາຢ່າງແທດຈິງ, ບັນລຸປະສິດທິຜົນກວ່າ.

        ສ່ວນທ່ານນາງ Carolyn Turk ຢືນຢັນວ່າ, WB ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ບົນເສັ້ນທາງຫັນບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ, ໂດຍສະເພາະແມ່ນໃນການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ, ເຕັກໂນໂລຊີສູງ....

ຕອບກັບ