WB ຄາດຄະເນລະດັບເຕີບໂຕຂອງຫວຽດນາມ ບັນລຸປະມານ 5,5% ໃນປີ 2013

Chia sẻ
ລະດັບ​ເຕີບ​ໂຕ​ຂອງ​ຫວຽດນາມ ຄາດຄະ​ເນວ່າ​ ຈະ​ບັນລຸ 5,2% ​ໃນປີ 2012 ​ແລະ 5,5% ​ໃນ​ປີ 2013.
WB ຄາດຄະເນລະດັບເຕີບໂຕຂອງຫວຽດນາມ ບັນລຸປະມານ 5,5% ໃນປີ 2013 - ảnh 1
(ພາບປະກອບ)

(vovworld) -     ຕາມ​ທະນາຄານ​ໂລກ (WB) ​ແລ້ວ, ລະດັບ​ເຕີບ​ໂຕ​ຂອງ​ຫວຽດນາມ ຄາດຄະເນວ່າ​ ຈະ​ບັນລຸ 5,2% ​ໃນປີ 2012 ​ແລະ 5,5% ​ໃນ​ປີ 2013. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ບົດ​ລາຍກ່ຽວ​ກັບສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ເຊິ່ງ WB ​​ປະກາດ​ທີ່​ການປະຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ (CG) ປີ 2012 ​​ເຊິ່ງຈັດ​ຂຶ້ນໃນຕອນ​ບ່າຍ​ວັນ​ທີ 5/12, ຢູ່​ຮ່າ​ໂນ້ຍ. ບົດ​ລາຍ​ງານ​ໄດ້​ຕີ​ລາຄາ​ສູງ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ເສດຖະກິດ​​ຂອງ​ລັດຖະບານ​ຫວຽດນາມ. ຫວຽດນາມ ​ໄດ້​ມີ​ການ​ຫັນປ່ຽນຫຼາຍ​ຢ່າງ​​ໃນ​ການ​ຊຳລະ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ເກີນ​ດູ​ນດ້ານການ​ຄ້າ. ນີ້​ແມ່ນບາດກ້າວທີ່​ດີ​ໃນ​ສະພາບ​ເສດຖະກິດ​ທົ່ວ​ໂລກ​ຍັງ​ມືດ​ມົວຢູ່.