WB ຄາດຄະເນຜົນເສຍຫາຍຈາກເຫດລະເບີດຢູ່ Beirut ປະເທດ ລີບັງ ຂຶ້ນເຖິງ 8 ຕື້ USD

Chia sẻ
(VOVWORLD) - ທະນາຄານໂລກ (WB) ໄດ້ຄາດຄະເນຜົນເສຍຫາຍດ້ານເສດຖະກິດຈາກເຫດລະເບີດຮ້າຍແຮງຢູ່ປະເທດ ລີບັງ ໃນຕົ້ນເດືອນນີ້ ຂຶ້ນເຖິງ 8 ຕື້ USD ແລະ ປະເທດນີ້ ຕ້ອງການຈຳນວນເງິນອຸປະຖຳຂຶ້ນເຖິງຫລາຍລ້ານ USD ເພື່ອສາມາດຟື້ນຟູປະເທດ. 

WB ຄາດຄະເນຜົນເສຍຫາຍຈາກເຫດລະເບີດຢູ່ Beirut ປະເທດ ລີບັງ ຂຶ້ນເຖິງ 8 ຕື້ USD - ảnh 1ເຫດລະເບີດຢູ່  Beirut, ປະເທດ ລີບັງ ໃນວັນທີ 17/8/2020. (ພາບ: THX/TTXVN)

  WB ຕີລາຄາວ່າ ບັນດາຂົງເຂດຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດ ແມ່ນເຮືອນຢູ່ອາໄສ, ຄົມມະນາຄົມ, ມໍລະດົກວັດທະນະທຳ ລວມມີບັນດາສະຖານທີ່ສາສະໜາ, ບູຮານຄະດີ…ນອກຈາກບ້ວງເງິນອຸປະຖຳດ່ວນທີ່ມີມູນຄ່າຫລາຍລ້ານ USD ນັ້ນ, ລີບັງ ກໍ່ຕ້ອງການເງິນອຸປະຖຳແຕ່ 1,18 – 1,46 ຕື້ USD ໃນປີ 2021 ຕື່ມອີກ. ລັດຖະບານຈະໃຫ້ບຸລິມະສິດການໃຊ້ຈ່າຍເຂົ້າຂົງເຂດຄົມມະນາຄົມ, ວັດທະນະທຳ ແລະ ເຮືອນຢູ່ອາໄສ.

        WB ຄາດວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງປະເທດ ລີບັງ ຈະຫລຸດລົງຕື່ມ 0,4% ໃນປີນີ້ ແລະ ຕື່ມອີກ 0,6% ໃນປີ 2021.

ຕອບກັບ