WB ກ່າວ​ເຕືອນ​ບັນ​ດາ​ປະ​ເທດ ພວມ​ພັດ​ທະ​ນາທີ່ປະ​ເທດ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ດ້ານ​ກາ​ນ​ເງິນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ

Chia sẻ
(VOVWORLD) -ຕາມ WB ແລ້ວ, ຄວາມສ່ຽງອາດຈະຊ້ອນແຝງຍ້ອນຂາດຄວາມສົມດຸນລະຫວ່າງລາຍຮັບລາຍຈ່າຍຂອງບັນດາຄອບຄົວ, ວິສາຫະກິດ, ທະນາຄານ ແລະ ລັດຖະບານ ທີ່ມີການພົວພັນຢ່າງແໜ້ນແຟັນນຳກັນ, ພ້ອມທັງເອົາໃຈໃສ່ວ່າ ບັນດາບ້ວງເງິນໜີ້ເສຍ ແລະ ໜີ້ນຊ້ອນແຝງທີ່ຢູ່ໃນລະດັບສູງພວມເຮັດໃຫ້ຄວາມສາມາດໃນການຊົມໃຊ້ບ້ວງເຊື່ອ
WB ກ່າວ​ເຕືອນ​ບັນ​ດາ​ປະ​ເທດ ພວມ​ພັດ​ທະ​ນາທີ່ປະ​ເທດ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ດ້ານ​ກາ​ນ​ເງິນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ - ảnh 1ທ່ານ David Malpass ປະທານທະນາຄານໂລກ (ພາບ: AFP/TTXVN)

ໃນບົດລາຍງານທີ່ປະກາດໃນວັນທີ 15 ກຸມພາ, ທະນາຄານໂລກ (WB) ໄດ້ກ່າວເຕືອນວ່າ ບັນດາປະເທດພວມພັດທະນາທີ່ປະເຊີນໜ້າກັບຄວາມສ່ຽງ ທາງດ້ານການເງິນນັບມື້ນັບເພີ່ມຂຶ້ນ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ບັນດາບ້ວງໜີ້ສິນທີ່ບໍ່ຈະແຈ້ງ. WB ກໍ່ເລັ່ງໃຫ້ວົງການນັກວາງແຜນນະໂຍບາຍຄວນເອົາໃຈໃສ່ເປັນພິເສດເຖິງສະພາບການແວດລ້ອມການເງິນຢ່າງໃຫ້ໂປງໄສຫຼາຍກ່ວາອີກ.

ຕາມ WB ແລ້ວ, ຄວາມສ່ຽງອາດຈະຊ້ອນແຝງຍ້ອນຂາດຄວາມສົມດຸນລະຫວ່າງລາຍຮັບລາຍຈ່າຍຂອງບັນດາຄອບຄົວ, ວິສາຫະກິດ, ທະນາຄານ ແລະ ລັດຖະບານ ທີ່ມີການພົວພັນຢ່າງແໜ້ນແຟັນນຳກັນ, ພ້ອມທັງເອົາໃຈໃສ່ວ່າ ບັນດາບ້ວງເງິນໜີ້ເສຍ ແລະ ໜີ້ນຊ້ອນແຝງທີ່ຢູ່ໃນລະດັບສູງພວມເຮັດໃຫ້ຄວາມສາມາດໃນການຊົມໃຊ້ບ້ວງເຊື່ອ, ການເງິນຂອງບັນດາຄອບຄົວທີ່ມີລາຍຮັບຕ່ຳ ແລະ ວິສາຫະກິດຂະໜາດໜ້ອຍ ບໍ່ສົມສ່ວນ.

WB ສົ່ງເສີມບັນດາປະເທດພວມພັດທະນາຄວນເປັນເຈົ້າການຄຸ້ມຄອງບັນດາບ້ວງໜີ້ເສຍ, ປັບປຸງກົນໄກລົ້ມລະລາຍ, ສ້າງເງື່ອນໄຂສະດວກໃຫ້ແກ່ການໄກ່ເກ່ຍ ໂດຍບໍ່ຈຳເປັນຕ້ອງມີການພິຈາວະນາຕັດສິນຂອງສານ, ພິເສດແມ່ນສຳລັບວິສາຫະກິດຂະໜາດນ້ອຍ ແລະ ຊຸກຍູ້ການລົບລ້າງໜີ້ສິນ ເພື່ອຫຼຸດຜ່ອນໜີ້ສ່ວນຕົວ.

ຕອບກັບ