Vinfast ໄດ້ຮັບການເຊີດຊູລາງວັນ “ດາວດວງໃໝ່” ທີ່ Paris Motorshow

Chia sẻ
(VOVWORLD) -ວັນທີ 03 ຕຸລາ, ທີ່ງານວາງສະແດງ Paris Motorshow, ອົງການຈັດຕັ້ງກ່ຽວກັບລົດໂອໂຕແຖວໜ້າຂອງເອີຣົບ - Autobest ໄດ້ເຊີດຊູ Vinfast ເປັນ “ດາວດວງໃໝ່” ໃນຂະແໜງລົດໂອໂຕໂລກ. 

 ລາງວັນໄດ້ຮັບຮູ້ການເລີ່ມຕົ້ນທີ່ເຕັມໄປດ້ວຍຄວາມຕັດສິນໃຈສູງ ແລະຄວາມຫວັງອັນແຮງກ້າຂອງ Vinfast. ດ້ວຍລະດັບຄວາມໄວໃນການເປີດຕົວລົດໂອໂຕລຸ້ນທໍາອິດ ພາຍຫຼັງການສ້າງຕັ້ງມາເປັນເວລາ 12 ເດືອນ, ໄປຄຽງຄູ່ກັນນັ້ນ, ກໍ່ໄດ້ສ້າງ ສໍາເລັດເຂດຜະລິດລົດໂອໂຕທັນສະໄໝແຖວໜ້າຂອງພາກພື້ນ - Vinfast ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນພັດທະນາຢ່າງແຮງຢູ່ຫວຽດນາມ ແລະ ໃນຕະຫຼາດສາກົນ.

        ລົດໂອໂຕສອງລຸ້ນ LUX A2.0 ແລະ LUX SA2.0 ໄດ້ເປີດຕົວຢູ່ Paris Motorshow ຕາມແຜນການ, ພາຍຫຼັງການພັດທະນາຢູ່ຕະຫຼາດພາຍໃນປະເທດແລ້ວ, ປີ 2020, Vinfast ຈະຂຶ້ນແຜນສໍາລັບການສົ່ງອອກໄປຍັງບັນດາຕະຫຼາດຕ່າງປະເທດ. ເພື່ອກະກຽມໃຫ້ແກ່    ແຜນການດັ່ງກ່າວ, Vinfast ກໍພວມຢູ່ໃນໃນໄລຍະປັບປຸງເຂດຜະລິດ ທີ່ມີເນື້ອທີ່ກວ້າງເຖິງ 335 ha ຢູ່ຫາຍຟ່ອງຂອງຫວຽດນາມໃຫ້ສໍາເລັດ.

ຕອບກັບ