UNDP: ຮັບ​ປະ​ກັນ​ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ເບື້ອງຫຼັງ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

Chia sẻ
(VOVWORLD) -ທ່ານນາງ Ramla Khalidi ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ໄດ້ຍົກອອກຂໍ້ສະເໜີແນະກ່ຽວກັບວິທີສຳຜັດແບບກວມລວມ ເພື່ອແນໃສ່ຮັບປະກັນບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
UNDP: ຮັບ​ປະ​ກັນ​ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ເບື້ອງຫຼັງ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1(ພາບປະກອບ:  TTXVN)

ຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ຈັດວາລະປຶກສາຫາລືນະໂຍບາຍກ່ຽວກັບການພົວພັນລະຫວ່າງ ສິດທິມະນຸດກັບການປ່ຽນແປງຂອງດິນຟ້າອາກາດ, ດ້ວຍເນື້ອໃນຈຸດສຸມແມ່ນກ່ຽວກັບວິທີການພັດທະນາສະພາບແວດລ້ອມສີຂຽວ, ສະເໝີພາບ ແລະ ຍືນຍົງ ໂດຍອີງຕາມຫຼັກການຖືຄວາມສະເໝີພາບ, ສິດທິມະນຸດເປັນໃຈກາງ. ນີ້ແມ່ນເຫດການສືບທອດຈາກກອງປະຊຸມໂອ້ລົມສົນທະນາກ່ຽວກັບນະໂຍຍາຍ ໃນຂອບເຂດກອງປະຊຸມສຳມະນາສາກົນ ໂດຍກະຊວງການຕ່າງປະເທດ ແລະ ອົງການ UNDP ຮ່ວມກັນຈັດຂຶ້ນເມື່ອເດືອນກໍລະກົດຜ່ານມາ ກ່ຽວກັບຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ ຕໍ່ການຊົມໃຊ້ສິດຂອງກຸ່ມຄົນທີ່ມີຄວາມສ່ຽງສູງ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງ Ramla Khalidi ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ໄດ້ຍົກອອກຂໍ້ສະເໜີແນະກ່ຽວກັບວິທີສຳຜັດແບບກວມລວມ ເພື່ອແນໃສ່ຮັບປະກັນບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ຕາມທ່ານນາງ Ramla Khalidi ແລ້ວ, UNDP ໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຫວຽດນາມ ເພື່ອຮັບປະກັນຕໍ່ການສ້າງແຜນການຮັບມື, ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ສອດຄ່ອງກັບມາດຕະຖານຕ່າງໆຂອງສິດທິມະນຸດ. UNDP ສະໜັບສະໜູນຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ໃນປີ 2050 ແລະ ມຸ່ງໄປເຖິງການບັນລຸໄດ້ເປົ້າໝາຍນັ້ນຢ່າງກວມລວມ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.


ຕອບກັບ