Olympic Paris 2024: ສະ​ຖານ​ທີ່​ໄຂ ງານ​ມະ​ຫາ​ກຳ​ກ​ິ​ລາ Olympic Paris 2024 ບາງ​ເທື່ອ ອາດ​ຈະ​ມີ​ການ ປ່ຽນ​ແປງ​

Chia sẻ
(VOVWORLD) - ສະຖານທີ່ຈັດພິທີໄຂ ອາດຈະປ່ຽນແປງຈາກ ແມ່ນ້ຳ Seine ຄືແຜນການ ວາງອອກກ່ອນນັ້ນ ໄປຍັງສະຖານທີ່ອື່ນຄືສະໜາມກິລາ ແຫ່ງຊາດ.
Olympic Paris 2024:  ສະ​ຖານ​ທີ່​ໄຂ ງານ​ມະ​ຫາ​ກຳ​ກ​ິ​ລາ Olympic Paris 2024 ບາງ​ເທື່ອ ອາດ​ຈະ​ມີ​ການ ປ່ຽນ​ແປງ​ - ảnh 1ແມ່ນ້ຳ Seine (ພາບ: TTXVN)

ວັນທີ 15 ເມສາ, ເປັນຄັ້ງທຳອິດ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເຕື້ອງເຖິງກໍລະນີ ອາດຈະມີການ ປ່ຽນແປງສະຖານທີ່ຈັດຕັ້ງພິທີໄຂງານມະຫາກຳກິລາ (Olympic) 2024 ໃນເດືອນກໍລະກົດ ຈະມາເຖິງ ຖ້າເກີດຂຶ້ນຄວາມສ່ຽງດ້ານຄວາມໝັ້ນຄົງ. ຕາມນັ້ນແລ້ວ, ສະຖານທີ່ຈັດພິທີໄຂ ອາດຈະປ່ຽນແປງຈາກ ແມ່ນ້ຳ Seine ຄືແຜນການ ວາງອອກກ່ອນນັ້ນ ໄປຍັງສະຖານທີ່ອື່ນຄືສະໜາມກິລາ ແຫ່ງຊາດ.

ແບ່ງປັນກັບວິທະຍຸກະຈາຍສຽງ RMC ແລະ BFM TV ກ່ຽວກັບແຜນການຈັດຕັ້ງພິທີໄຂ ໃນວັນທີ 26 ກໍລະກົດ, ທ່ານປະທານາທິບໍດີ ຝລ່ັງ Emmanuel Macron ເຊື່ອໝັ້ນວ່າພິທີໄຂ ຈະໄດ້ຈັດຂຶ້ນບົນແມ່ນ້ຳ Seine ຕາມຮູບແບບທີ່ບໍ່ເຄີຍມີມາກ່ອນ ແລະ ຈະປະສົບຜົນສຳເລັດ, ດ້ວຍແຜນການແມ່ນມີເຮືອ ປະມານ 160 ລຳຈະນຳສົ່ງບັນດາຄະນະນັກກິລາ ໄປແຫ່ຂະບວນບົນແມ່ນ້ຳທີ່ມີຄວາມຍາວ 6 ກີໂລແມັດ. ເຖິງຢ່າງໃດກໍຕາມ, ການນຳຝລັ່ງ ກໍ່ໃຫ້ຮູ້ວ່າ ຄະນະຈັດຕັ້ງ ຍັງໄດ້ຮຽກຮ້ອງຕ້ອງກະກຽມຕື່ມອີກບັນດາແຜນການສຳຮອງ, ພິເສດແມ່ນ ຖ້າເຈົ້າໜ້າທີ່ເຊື່ອໝັ້ນວ່າ ເຫດການອາດຈະ ມີຄວາມສ່ຽງ ຖືກບຸກໂຈມຕີການກໍ່ການຮ້າຍ.

ຕອບກັບ