Olympic 2024: ທະຫານ ແລະ ຕຳຫຼວດກ່ວາ 2000 ຄົນຈາກບັນດາປະເທດຈະໄປໜູນຊ່ວຍ ຝລັ່ງ

Chia sẻ
(VOVWORLD) - ກຳລັງໜູນຊ່ວຍຕ່າງປະເທດນີ້ຈະເພີ່ມເຕີມໃຫ້ກອງພົນນ້ອຍປ້ອງກັນຄວາມສະຫງົບ ເຊິ່ງ ຝລັ່ງ ຍັງຂາດແຫຼ່ງຊັບພະກອນມະນຸດ.

ທະຫານ ແລະ ຕຳຫຼວດກ່ວາ 2000 ຄົນທີ່ມາຈາກຫຼາຍປະເທດຈະ ໄປຝລັ່ງ ເພື່ອໜູນຊ່ວຍປະເທດເຈົ້າພາບຮັບປະກັນຄວາມປອດໄພໃຫ້ແກ່ງານມະຫາກຳກິລາ Olympic ລະດູຮ້ອນ ປາຣີ 2024 ໃນສະພາບການກ່າວເຕືອນກ່ຽວກັບໄພກໍ່ການຮ້າຍພວມໄດ້ຮັກສາຢູ່ໃນລະດັບສູງສຸດ.

          ເມື່ອຕອບສຳພາດໃນຊ່ອງໂທລະພາບ LCI, ທ່ານລັດຖະມົນຕີກອງທັບ ຝລັ່ງ  Sébastien Lecornu ໃຫ້ຮູ້ວ່າ: ຫຼາຍປະເທດໃນໂລກໄດ້ໃຫ້ຄຳໝັ້ນສັນຍາຈະສົ່ງຕຳຫຼວດ, ທະຫານ… ລວມທັງໝົດກ່ວາ 2.000 ຄົນໄປຍັງ ຝລັ່ງ ເພື່ອເຂົ້າຮ່ວມບັນດາລະບົບປ້ອງກັນຄວາມໝັ້ນຄົງຂອງງານມະຫາກຳກິລາ Olympic ລະດູຮ້ອນ ປາຣີ 2024. ກຳລັງໜູນຊ່ວຍຕ່າງປະເທດນີ້ຈະເພີ່ມເຕີມໃຫ້ກອງພົນນ້ອຍປ້ອງກັນຄວາມສະຫງົບ ເຊິ່ງ ຝລັ່ງ ຍັງຂາດແຫຼ່ງຊັບພະກອນມະນຸດ.

ຕອບກັບ