OECD ຍົກ​ລະ​ດັບ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ປີ 2024

Chia sẻ
(VOVWORLD) - ວັນທີ 2 ພຶດສະພາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຍົກລະດັບການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນປີ 2024 ຂຶ້ນລະດັບ 3,1%, ສູງກ່ວາກັບລະດັບ 2,9% ທີ່ໄດ້ຍົກອອກມາໃນເດືອນກຸມພາຜ່ານມາ. 
OECD ຍົກ​ລະ​ດັບ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ປີ 2024 - ảnh 1ພາບປະກອບ:  AFP/TTXVN

ຕາມ OECD ແລ້ວ, ລະດັບການເຕີບໂຕນີ້ໄດ້ຍົກອອກມາ ໂດຍອີງຕາມປັດໄຈຄວາມປະເອີບໃຈ ແລະ ລະມັດລະວັງຂອງ ພື້ນຖານເສດຖະກິດທົ່ວໂລກ ເລີ່ມກວມເອົາທ່າໄດ້ປຽບ  ໂດຍບໍ່ຫົວຊາຕໍ່ລະດັບເຕີບໂຕບໍ່ຫຼາຍປານໃດ ແລະ ຜົນກະທົບທີ່ແກ່ຍາວຂອງ ບັນດາຄວາມສ່ຽງດ້ານພູມີສາດການເມືອງ. ເຖິງຢ່າງໃດກໍ່ຕາມ, OECD ໄດ້ໃສ່ໃຈກ່ຽວກັບການຟື້ນຟູ ທີ່ພວມດຳເນີນບໍ່ສະໝ່ຳສະເໝີລະຫວ່າງບັນດາພາກພື້ນ”, ພ້ອມທັງ ຄາດຄະເນວ່າ “ສະພາບການເສດຖະກິດມະຫາພາກສືບຕໍ່ປະເຊີນໜ້າກັບບັນດາການຜັນແປທີ່ກົງກັນຂ້າມກັນ, ດ້ວຍໄພເງິນເຟີ້ ແລະ ອັດຕາດອກເບ້ຍ ຫຼຸດລົງ ຢູ່ໃນລະດັບທີ່ແຕກຕ່າງກັນ ກໍ່ຄືຄວາມຕ້ອງການໃນການປັບປຸງສະພາບການການເງິນ ກໍ່ແຕກຕ່າງກັນ”.ວັນທີ 2 ພຶດສະພາ, ໃນບົດກ່າວປາໄສ ໃນຊ່ອງໂທລະພາບ ທ່ານ Abdul Malik Al-Houthi ຜູ້ນຳໜ້າຂະບວນການ Houthi ໃຫ້ຮູ້ວ່າ Houthi ພວມກະກຽມໃຫ້ແກ່ບັນດາການບຸກໂຈມຕີເລັ່ງໃສ່ກຳປັ່ນການຄ້າ ຢູ່ທະເລແດງ ຖ້າຫາກວ່າ ອິດສະລາແອັນ ແລະ ອາເມລິກາ ບໍ່ຢຸດຕິສົງຄາມຢູ່ ເຂດກາຊາ ແລະ ບໍ່ຢຸດຕິການບຸກໂຈມຕີເລັ່ງໃສ່ບັນດາເປົ້າໝາຍຢູ່ ເຢແມນ. ທ່ານ Al-Houthi ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວ ໃນວັນດຽວກັນ ພາຍຫລັງບັນດາພາຫະນະ ສື່ມວນຊົນຂອງກຳລັງ Houthi ໃຫ້ຮູ້ວ່າ ອາເມລິກາ ແລະ ອັງກິດໄດ້ປະຕິບັດ ການບຸກໂຈມຕີທາງອາກາດ 5 ຄັ້ງເລັ່ງໃສ່ສະໜາມບິນ Hodeidah ຢູ່ນະຄອນ Hodeidah. ກ່ອນໜ້ານັ້ນ ວັນທີ 30 ເມສາ, ອາເມລິກາໄດ້ ປະຕິບັດການບຸກໂຈມຕີອື່ນ ເລັ່ງໃສ່ທ່າກຳປັ່ນ Al-Saleef ຢູ່ນະຄອນ Hodeidah, ພາຍຫລັງ ກອງບັນຊາການ ສູນກາງ ອາເມລິກາ  ປະກາດວ່າ ກອງທັບອາເມລິກາ ໄດ້ສະກັດກັ້ນ ການບຸກໂຈມຕີດ້ວຍ ເຮືອບໍ່ມີຄົນບັນຊາຂອງ Houthi ໃນວັນດຽວກັນ.

ຕອບກັບ