NATO ໃຫ້ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ຊ່ວຍ​ເຫຼືອເປັນ​ຈຳ​ນວນຫຼາຍ​ໃຫ້​ແກ່ ຢ​ູ​ແກຼນ

Chia sẻ
(VOVWORLD) - ທ່ານນາງ Edem Wosorno, ເຈົ້າໜ້າທີ່ຂັ້ນສູງຂຶ້ນກັບຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA), ຢັ້ງຢືນວ່າ ໃນອາທິດໜ້າ ບັນດາອົງການຂອງ ສປຊ ຈະຊອກຫາຈຳນວນເງິນ 3,1 ຕື້ USD ເພື່ອໜູນຊ່ວຍດ້ານການເງິນໃຫ້ ຢູແກຼນ ໃນປີ 2024. 
NATO  ໃຫ້ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ຊ່ວຍ​ເຫຼືອເປັນ​ຈຳ​ນວນຫຼາຍ​ໃຫ້​ແກ່ ຢ​ູ​ແກຼນ - ảnh 1ລົດຖັງ ຢູແກຼນ ເຄື່ອນຍ້າຍໄປເຂດ Luhansk (ພາບ:AFP/Getty Images)

ວັນທີ 10 ມັງກອນ, ອົງການສົນທິສັນຍາ ອັດລັງຕິກເໜືອ NATO ຢັ້ງຢືນວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການທະຫານ, ເສດຖະກິດ ແລະ ມະນຸດສະທຳໃຫ້ແກ່ ຢູແກຼນ ຢ່າງໃຫຍ່ຫຼວງ. ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມທາງໄກໂດຍໄດ້ຈັດຕາມຄຳຮຽກຮ້ອງຈາກຝ່າຍ ຢູແກຼນ, NATO ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງ ສຳພັນທະມິດການທະຫານນີ້ ໄດ້ສ້າງແຜນການສະໜອງ “ເພີ່ມເຕີມນັບຕື້ເອີໂຣ” ໃຫ້ແກ່ ຢູແກຼນ ໃນປີ 2024.

        ກໍໃນວັນດຽວກັນ, ກ່າວຄຳເຫັນຕໍ່ສະພາຄວາມໝັ້ນຄົງ ສປຊ, ທ່ານນາງ Edem Wosorno, ເຈົ້າໜ້າທີ່ຂັ້ນສູງຂຶ້ນກັບຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA), ຢັ້ງຢືນວ່າ ໃນອາທິດໜ້າ ບັນດາອົງການຂອງ ສປຊ ຈະຊອກຫາຈຳນວນເງິນ 3,1 ຕື້ USD ເພື່ອໜູນຊ່ວຍດ້ານການເງິນໃຫ້ ຢູແກຼນ ໃນປີ 2024.  ແຫຼ່ງຂໍ້ມູນດັ່ງກ່າວ ໂດຍທ່ານນາງ Wosorno ຍົກອອກມາໃນຂະນະທີ່ OCHA ແລະ ຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບວຽກງານຊາວລີ້ໄພກຳລັງຈະປະກາດແຜນການໜູນຊ່ວຍຢູແກູນ ໃນວັນທີ 15 ມັງກອນ. ຄາດວ່າ OCHA ຈະມີປະຊາຊົນກວ່າ 14,6 ລ້ານຄົນ, ເທົ່າກັບປະມານ 40% ຈຳນວນປະຊາຊົນທັງໝົດຂອງ ຢູແກຼນ ຈະໄດ້ຮັບການຊ່ວຍເຫຼືອມະນຸດສະທຳໃນປີນີ້.


ຕອບກັບ