NATO ອາດຈະຮັບສະໝັກສະມາຊິກໃໝ່

Chia sẻ
(VOVWORLD) -NATO ບໍ່ບັງຄັບປະເທດໃດຕ້ອງເຂົ້າເປັນສະມາຊິກ ແລະ ນີ້ແມ່ນຂໍ້ຕົກລົງມີລັກສະນະອະທິປະໄຕບໍ່ວ່າຂອງປະເທດໃດຢາກເຂົ້າເປັນສະມາຊິກຂອງອົງການນີ້.
NATO ອາດຈະຮັບສະໝັກສະມາຊິກໃໝ່ - ảnh 1ທ່ານ Rob Bauer ປະທານຄະນະກຳມະການການທະຫານອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ
(ພາບປະກອບ: AFP/TTXVN)

ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ອາດຈະຮັບສະໝັກສະມາຊິກໃໝ່. ນີ້ແມ່ນຄຳກ່າວປາໄສຂອງທ່ານ Rob Bauer, ປະທານຄະນະກຳມະການການທະຫານອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໃນການຕອບສຳພາດຕໍ່ນັກຂ່າວໃນວັນທີ 12 ເມສາ, ເນື່ອງໃນໂອກາດ ເດີນທາງໄປຢ້ຽມຢາມນະຄອນຫຼວງ ເຊີອູນ, ປະເທດ ສ.ເກົາຫຼີ. ທ່ານ Rob Bauer ເນັ້ນໜັກວ່າ, NATO ບໍ່ບັງຄັບປະເທດໃດຕ້ອງເຂົ້າເປັນສະມາຊິກ ແລະ ນີ້ແມ່ນຂໍ້ຕົກລົງມີລັກສະນະອະທິປະໄຕບໍ່ວ່າຂອງປະເທດໃດຢາກເຂົ້າເປັນສະມາຊິກຂອງອົງການນີ້.

        ເມື່ອແລກປ່ຽນກັບຝ່າຍ ສ.ເກົາຫຼີ, ທ່ານ Rob Bauer ຢືນຢັນວ່າ NATO ຈະບໍ່ຜັນຂະຫຍາຍເຮືອບິນ ຫຼື ກອງທັບໄປປະເທດເອີລົບຕາເວັນອອກນີ້. ນອກນັ້ນ, ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ NATO ບໍ່ສ້າງຄວາມກົດດັນຕໍ່ປະເທດໃດເພື່ອສະໜອງອາວຸດໃຫ້ແກ່ ຢູແກຼນ.

ຕອບກັບ