NATO ຢືນຢັນກໍ່ສ້າງສາງອາວຸດໃຫ້ກອງທັບ ອາເມລິກາ ຢູ່ ໂປເລີຍ

Chia sẻ
(VOVWORLD) -  NATO ພວມເພີ່ມທະວີການປ້ອງກັນລຽບຕາມເຂດຝັ່ງຕາເວັນອອກ ພາຍຫລັງ ລັດເຊຍ ໂຮມແຫຼມ Crimea ເຂົ້າດິນແດນຂອງຕົນເມື່ອປີ 2014.
NATO ຢືນຢັນກໍ່ສ້າງສາງອາວຸດໃຫ້ກອງທັບ ອາເມລິກາ ຢູ່ ໂປເລີຍ - ảnh 1ພົນທະຫານ ອາເມລິກາ ແລະ ໂປໂລຍ (ພາບ: AFP/TTXVN)

ວັນທີ 23 ມີນາ, ອົງການສົນທິສັນຍາອາກລັງຕິກເໜືອ (NATO) ໄດ້ຢືນຢັນກ່ຽວກັບແຜນການກໍ່ສ້າງສາງເກັບມ້ຽນບັນດາພາຫະນະອຸປະກອນການທະຫານຂອງກອງທັບ ອາເມລິກາ ຢູ່ ໂປໂລຍ.

        ຕາມໜັງສືພິມ Wall Street Journal ແລ້ວ, ສາງເກັບມ້ຽນພາຫະນະອຸປະກອນການທະຫານທີ່ມີມູນຄ່າ 260 ຕື້ USD ນີ້ ຈະໄດ້ຮັບການກໍ່ສ້າງຢູ່ Powidz, ຫ່າງຈາກນະຄອນຫລວງ Vacsava 200 ກິໂລແມັດ ໄປທາງທິດຕາເວັນຕົກ.

        NATO ພວມເພີ່ມທະວີການປ້ອງກັນລຽບຕາມເຂດຝັ່ງຕາເວັນອອກ ພາຍຫລັງ ລັດເຊຍ ໂຮມແຫຼມ Crimea ເຂົ້າດິນແດນຂອງຕົນເມື່ອປີ 2014.

ຕອບກັບ