NATO ປະ​ກາດ​ແຜນ​ການ​ລະ​ອຽດ ໃຫ້​ແກ່ກອງ​ປະ​ຊຸມ​ສະ​ພາ​ລັດ​ເຊຍ - NATO

Chia sẻ
(VOVWORLD) -ໃນຖະແຫຼງການອອກໃນວັນທີ 5 ມັງກອນ, ອົງການສົນທິສັນຍາອັດລັງຕິກເໜືອ NATO ໃຫ້ຮູ້ວ່າ ກອງປະຊຸມຈະມາເຖິງຂອງ ສະພາ ລັດເຊຍ - NATO ຢູ່ນະຄອນຫຼວງ Brussels ຂອງ ແບນຊິກ ຈະດຳເນີນໃນເວລາ 10 ໂມງຕາມເວລາແບນຊິກ( 16 ໂມງ00ນາທີ ຕາມເວລາ ຮ່າໂນ້ຍ) ຂອງວັນທີ 12 ມັງກອນ.

NATO ປະ​ກາດ​ແຜນ​ການ​ລະ​ອຽດ ໃຫ້​ແກ່ກອງ​ປະ​ຊຸມ​ສະ​ພາ​ລັດ​ເຊຍ - NATO - ảnh 1 ທ່ານເລຂາທິການໃຫຍ່ NATO Jens Stoltenberg (ພາບ: AFP/TTXVN)

ຖະແຫຼງການໄດ້ຊີ້ແຈ້ງວ່າ: ວັນທີ 12 ມັງກອນ ປີ 2022, ກອງປະຊຸມຂອງສະພາລັດເຊຍ - NATO ຈະຈັດຂຶ້ນຢູ່ ສຳນັກງານໃຫຍ່ NATO. ພາຍຫຼັງກອງປະຊຸມ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຈະກ່າວປາໄສຕໍ່ໜ້າ ນັກຂ່າວ ໃນຖານະເປັນປະທານສະພາ NATO - ລັດເຊຍ. ກອງປະຊຸມຈະເລີ່ມແຕ່ ເວລາ 10 ໂມງ, ສ່ວນການຖະແຫຼງຂ່າວຂອງ ທ່ານເລຂາທິການໃຫຍ່ NATO Jens Stoltenberg ຈະດຳເນີນເວລາ 13ໂມງ 30 ນາທີໃນວັນດຽວກັນ.

ສ່ວນຝ່າຍລັດເຊຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Alexander Grushko ໃຫ້ຮູ້ວ່າ ປະເທດນີ້ ລໍຖ້າໝາກຜົນທີ່ລະອຽດ ຂອງການເຈລະຈາຈະມາເຖິງ ກັບ NATO ກ່ຽວກັບການຮັບປະກັນຄວາມໝັ້ນຄົງ ແລະ ພ້ອມແລ້ວທີ່ຈະມີການເຈລະຈາຢ່າງແທ້ຈິງ ແລະ ມີປະສິດທິຜົນ. ລັດເຊຍຈະສົ່ງຄະນະລະຫວ່າງກະຊວງ ລວມມີ ບັນດາເຈົ້າໜ້າທີ່ຂອງກະຊວງການຕ່າງປເທດ ແລະ ກະຊວງປ້ອງກັນປະເທດ, ໃນນັ້ນມີ ທ່ານ Grushko, ເຂົ້າຮ່ວມການເຈລະຈາກັບ NATO.

ຕອບກັບ