NATO: ປີ 2021 ເປັນ​ປີ​ປັບ​ປຸງ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ມຸດອັດລັງຕິກ

Chia sẻ
(VOVWORLD) -ວັນທີ 6 ມັງກອນ, ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໄດ້ໃຫ້ຂໍ້ສັງເກດວ່າ ປີ 2021 ຈະແມ່ນປີສຳຄັນສຳລັບອົງການນີ້ ໃນການປັບປຸງສະພາບການພົວພັນຂ້າມມະຫາສະມຸດອັດລັງຕິກ ແລະ ເພີ່ມທະວີການພົວພັນລະຫວ່າງ ເອີລົບ ແລະ ອາເມລິກາເໜືອໃຫ້ຫຼາຍກ່ວາອີກ.
NATO: ປີ 2021 ເປັນ​ປີ​ປັບ​ປຸງ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ມຸດອັດລັງຕິກ - ảnh 1ທ່ານ Jens Stoltenberg ເລຂາທິການໃຫຍ່ NATO (ພາບ:  AFP/TTXVN)

ໃນບົດກ່າວປາໄສກັບບັນດາສະມາຊິກພັກສຳພັນທະມິດປະຊາທິປະໄຕ ສັງຄົມສາສະໜາຄຣິດ(CSU) ຂອງ ເຢຍລະມັນ, ທ່ານ Jens Stoltenberg ກໍ່ຖືວ່າ ປີ 2021 ຈະແມ່ນປີຕັດສິນໃຈຕໍ່ອາບການິດສະຖານ. ທ່ານ Jens Stoltenberg ກໍ່ສະແດງຄວາມຊົມເຊີຍຕໍ່ການເຈລະຈາສັນຕິພາບທີ່ພວມດຳເນີນ ແລະ ຖືວ່າ “ມີສິ່ງທ້າທາຍ ແລະ ຂາດສະຖຽນລະພາບຫຼາຍຢ່າງ ແຕ່ແນ່ນອນວ່າ ການເຈລະຈາແມ່ນເສັ້ນທາງໜຶ່ງດຽວທີ່ພາໄປເຖິງ ສັນຕິພາບ, ເສັ້ນທາງໜຶ່ງດຽວທີ່ມຸ່ງໄປເຖິງມາດຕະການເຈລະຈາສັນຕິພາບ”. ຕາມ Jens Stoltenberg ແລ້ວ, ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ NATO ຈະຕີລາຄາ ອະນາຄົດພາລະກິດຂອງ NATO ຢູ່ອາບການິດສະຖານໃນເດືອນກຸມພາຈະມາເຖິງ.

ຕອບກັບ