NATO ບໍ່​ມີ​​​ເຈດ​ຈຳ​ນົງ​ຈັດ​ສົ່ງ​ທະ​ຫານ ໄປ​ຍັງ ຢູ​ແກຼນ

Chia sẻ
(VOVWORLD) - ວັນທີ 27 ກຸມພາ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO), Jens Stoltenberg ຢັ້ງຢືນ ປັດຈຸບັນ, ສຳພັນທະມິດການທະຫານນີ້ ບໍ່ມີແຜນການຜັນຂະຫຍາຍທະຫານໄປຍັງ ຢູແກຼນ. 
NATO ບໍ່​ມີ​​​ເຈດ​ຈຳ​ນົງ​ຈັດ​ສົ່ງ​ທະ​ຫານ ໄປ​ຍັງ ຢູ​ແກຼນ - ảnh 1ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO), Jens Stoltenberg (ພາບ: TTXVN)

ກໍໃນວັນທີ 27 ກຸມພາ, ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວ, ທ່ານ John Kirby ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ຖະແຫຼງວ່າ ອາເມລິກາ ຮັກສາທັດສະນະນີ້ນັບແຕ່ເວລາທຳອິດເກີດການປະທະກັນ  ນັ້ນແມ່ນ ບໍ່ຈັດສົ່ງທະຫານເຂົ້າຮ່ວມສົງຄາມຢູ່ສະໜາມຮົບຢູ່ ຢູແກຼນ.

        ລັດຖະບານບາງປະເທດສະມາຊິກ NATO, ເຊັ່ນ: ເຢຍລະມັນ, ອັງກິດ, ໂປໂລຍ, ແອັດສະບາຍ, ສ.ເຊັກໂກ ກໍໄດ້ສະແດງທັດສະນະຄັດຄ້ານຕໍ່ຂໍ້ສະເໜີຜັນຂະຫຍາຍທະຫານໄປຍັງ ຢູແກຼນ. ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ, Peter Szijjarto ກໍຖະແຫຼງວ່າ ປະເທດນີ້ຍັງບໍ່ມີຄວາມພ້ອມຈັດສົ່ງອາວຸດ ຫຼືວ່າ ທະຫານໄປຍັງ ຢູແກຼນ. ສ່ວນ ຊູແອັດ - ເຊິ່ງເປັນປະເທດກະກຽມເຂົ້າຮ່ວມ NATO, ໃຫ້ຮູ້ວ່າ ປັດຈຸບັນ, ປະເທດນີ້ ບໍ່ມີເຈດຈຳນົງຈັດສົ່ງທະຫານໄປຍັງ ຢູແກຼນ.


ຕອບກັບ