ທະຫານ ຢູແກຼນ ປົດອາວຸດທີ່ໄດ້ອຸປະຖໍຳໃນເດຶອນ ກຸມພາ 2022 (ພາບ: AP) |
ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ NATO ໄດ້ໂຮມປະຊຸມໃນວັນທີ 15 ມິຖຸນາ ຢູ່ ບຣຸກແຊນ, ປະເທດ ແບນຊິກ ໄດ້ອອກຂໍ້ຕົກລົງສືບຕໍ່ອຸປະຖຳອາວຸດປະເພດໜັກໃຫ້ແກ່ ຢູແກຼນ, ໂດຍບໍ່ຫົວຊາຕໍ່ສະພາບທີ່ນັບມື້ນັບມີຫຼາຍຄຳກ່າວເຕືອນທີ່ວ່າ ເຖິງເວລາແລ້ວທີ່ບັນດາປະເທດຕ້ອງຊອກຫາມາດຕະການທາງການທູດເພື່ອຢຸດຕິສົງຄາມ.
ກ່າວຄຳເຫັນໃນການຖະແຫຼງຂ່າວ ພາຍຫຼັງສິ້ນສຸດການໂຮມປະຊຸມດັ່ງກ່າວໃນຕອນຄ່ຳວັນທີ 15 ມິຖຸນາ ຢູ່ ບຣຸກແຊນ, ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໃຫ້ຮູ້ວ່າ NATO ໄດ້ເຫັນດີເປັນເອກະພາບຈະສືບຕໍ່ອຸປະຖຳທາງການທະຫານໃຫ້ແກ່ ຢູແກຼນ, ລວມທັງອາວຸດປະເພດໜັກຊະນິດຕ່າງໆ ແລະ ລະບົບບຸກໂຈມຕີໄລຍະໄກ ແລະ ບ້ວງອຸປະຖຳລະອຽດ ຈະໄດ້ແຈ້ງໃຫ້ບັນດາປະເທດ NATO ຮັບຊາບໃນກອງປະຊຸມສຸດຍອດໃນທ້າຍເດືອນນີ້ ຢູ່ນະຄອນຫຼວງ Madrid, ປະເທດແອັດສະປາຍ.
ຕອນບ່າຍວັນທີ 15 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, Lloyd Austin ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ອຸປະຖຳບ້ວງອຸປະກອນການທະຫານໃຫ້ ຢູແກຼນ ຕື່ມອີກ ດ້ວຍມູນຄ່າ 1 ຕື້ USD.
ກວາງຢຸງ - ນັກຂ່າວ VOV ປະຈຳ ຝລັ່ງ.