ທ່ານ Jens Stoltenberg ເລຂານຸການໃຫຍ່ ອົງການສົນທິສັນຍາ ອາກລັງຕິກເໜືອ (NATO)
(ພາບ: TTXVN)
|
ທ່ານ ເລຂານຸການໃຫຍ່ NATO ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວໃນສະພາບການທີ່ມີການນຳ EU ບາງທ່ານພວມຊຸກຍູ້ກຸ່ມນີ້ພັດທະນາ “ການເປັນເຈົ້າການຍຸດທະສາດ” ກ່ວາ, ບາງທ່ານໄດ້ຖືວ່າການກະທຳນີ້ແມ່ນການສ້າງຕັ້ງການແກ້ງແຍ້ງລະຫວ່າງ Brussels ແລະ ວໍຊິງຕັນ.
ເຖິງຢ່າງໃດກໍ່ຕາມ, ທ່ານ Stoltenberg ຖືວ່າ ບັນດາປະເທດສະມາຊິກ EU ເຊິ່ງແມ່ນສະມາຊິກຂອງ NATO ໄດ້ປະກອບສ່ວນພຽງແຕ່ 1/5 ຍອດມູນຄ່າໃຊ້ຈ່າຍເຂົ້າໃນການປ້ອງກັນຊາດ ຂອງ ສຳພັນທະມິດດ້ານການທະຫານນີ້ ໃນການປົກປ້ອງບັນດາຫາດຊາຍແຄມຝັ່ງທະເລ ເອີລົບ.