IMF ໂຈະການທາບທາມຄວາມເຫັນກັບ ລັດເຊຍ ໂດຍບໍ່ກຳນົດເວລາ

Chia sẻ
(VOVWORLD) - ເຖິງວ່າ ລັດເຊຍ ໄດ້ກຽມພ້ອມໃຫ້ແກ່ການທາບທາມຄວາມເຫັນນີ້ ແຕ່ IMF ໄດ້ຕົກລົງໂຈະການທາບທາມຄວາມເຫັນໂດຍບໍ່ກຳນົດເວລາ
IMF ໂຈະການທາບທາມຄວາມເຫັນກັບ ລັດເຊຍ ໂດຍບໍ່ກຳນົດເວລາ - ảnh 1(ພາບປະກອບ: AFP/TTXVN)

        ການທາບທາມຄວາມເຫັນລະຫວ່າງກອງທຶນເງິນຕາສາກົນ (IMF) ແລະ ລັດເຊຍ ຕ້ອງໂຈະໄວ້ ຍ້ອນຂາດການກະກຽມດ້ານວິຊາການ. ວັນທີ 17 ກັນຍາ, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ TASS, ທ່ານ Aleksei Mozhin, ຫົວໜ້າຝ່າຍບໍລິຫານ IMF ສາຂາຢູ່ ລັດເຊຍ, ຢັ້ງຢືນວ່າ ເຖິງວ່າ ລັດເຊຍ ໄດ້ກຽມພ້ອມໃຫ້ແກ່ການທາບທາມຄວາມເຫັນນີ້ ແຕ່ IMF ໄດ້ຕົກລົງໂຈະການທາບທາມຄວາມເຫັນໂດຍບໍ່ກຳນົດເວລາ ຍ້ອນຍັງບໍ່ທັນມີການກະກຽມດ້ານວິຊາການຢ່າງຄົບຖ້ວນ. ແຈ້ງການດັ່ງກ່າວໄປຜືນກັບແຜນການໃນເບື້ອງຕົ້ນ.

        ກ່ອນໜ້ານັ້ນ, IMF ຖະແຫຼງວ່າ ຈະເຊື່ອມຕໍ່ບັນດາການພົບປະໂດຍກົງກັບ ລັດເຊຍ ແຕ່ວັນທີ 16 ກັນຍາ, ພາຍຫຼັງໄລຍະ 3 ປີຖືກຕັດຕອນ ນັບແຕ່ການທາບທາມຄວາມເຫັນໃນປີ 2021. ຄະນະຜູ້ແທນຂອງ IMF ໄປ ລັດເຊຍ ຄັ້ງມໍ່ໆມານີ້ແມ່ນໃນເດືອນ ພະຈິກ 2019.

ຕອບກັບ