IMF ຍົກ​ລະ​ດັບ​ການ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂລກ​ໃນ​ປີ 2024

Chia sẻ
(VOVWORLD) - ກອງທຶນເງິນຕາສາກົນ (IMF) ຄາດຄະເນລະດັບການເຕີບໂຕເສດຖະກິດທົ່ວໂລກປີ 2024 ຈະບັນລຸ 3,2% ເຊິ່ງເພີ່ມຂຶ້ນ 0,1% ເມື່ອທຽບໃສ່ອັດຕາທີ່ໄດ້ຄາດຄະເນໃນເດືອນ ມັງກອນຜ່ານມາ. ລະດັບການເຕີບໂຕເສດຖະກິດປີ 2025 ອາດຈະຢູ່ໃນລະດັບ 3,2%.
IMF ຍົກ​ລະ​ດັບ​ການ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂລກ​ໃນ​ປີ  2024 - ảnh 1ອົງການ IMF ຢູ່  Washington, DC, ອາເມລິກາ (ພາບ:  AFP/TTXVN)

ໃນບົດລາຍງານແງ່ຫວັງເສດຖະກິດໂລກສະບັບປະກາດໃນວັນທີ 16 ເມສາ, ກອງທຶນເງິນຕາສາກົນ (IMF) ຄາດຄະເນລະດັບການເຕີບໂຕເສດຖະກິດທົ່ວໂລກປີ 2024 ຈະບັນລຸ 3,2% ເຊິ່ງເພີ່ມຂຶ້ນ 0,1% ເມື່ອທຽບໃສ່ອັດຕາທີ່ໄດ້ຄາດຄະເນໃນເດືອນ ມັງກອນຜ່ານມາ. ລະດັບການເຕີບໂຕເສດຖະກິດປີ 2025 ອາດຈະຢູ່ໃນລະດັບ 3,2%. ໄພເງິນເຟີ້ ໄດ້ຮັບການຄາດຄະເນວ່າ ຈະຫຼຸດລົງແຕ່ 5,9% ໃນປີນີ້ ລົງເຫຼືອພຽງ 4,5% ໃນປີໜ້າ, ຍ້ອນອັດຕາດອກເບ້ຍເພີ່ມຂຶ້ນຢູ່ຫຼາຍປະເທດໃນໂລກ.

        ບົດລາຍງານຂອງ IMF ຊີ້ໃຫ້ເຫັນຄວາມແຕກຕ່າງກັນຢ່າງຈະແຈ້ງກ່ຽວກັບແງ່ຫວັງການເຕີບໂຕຂອງບັນດາພື້ນຖານເສດຖະກິດພັດທະນາ. ອົງການການເງິນນີ້ ຄາດຄະເນວ່າ ລະດັບການເຕີບໂຕເສດຖະກິດ ອາເມລິກາ  2024 ນີ້ ບັນລຸ 2,7% ສູງກວ່າ ລະດັບ 2,1% ທີ່ໄດ້ຍົກອອກເມື່ອເດືອນມັງກອນ.

        ໃນຂະນະນັ້ນ, IMF ຍັງຮັກສາລະດັບຄາດຄະເນອັດຕາເຕີບໂຕເສດຖະກິດຂອງ ຈີນ, ພື້ນຖານເສດຖະກິດໃຫຍ່ອັນດັບ 2 ໃນໂລກ ແມ່ນ 4,6% ໃນປີ 2024 ແລະ 4,1% ໃນປີໜ້າ.



ຕອບກັບ