IGAD ຮຽກ​ຮ້​ອ​ງ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຊູ​ດັງ ຢຸດ​ຕິ​ການ​ປະ​ທະ​ກັນ

Chia sẻ
(VOVWORLD) - ຜູ້ນຳໜ້າ IGAD ສືບຕໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ໃຫ້ການຮ່ວມມືກັນຢ່າງແໜ້ນແຟ້ນກັບອົງການນີ້ ເພື່ອຮັບປະກັນຢຸດຕິການປະທະກັນໃນທົ່ວປະເທດໃນຍາວນານ ແລະ ປະຕິບັດບັນດາມາດຕະການມະນຸດສະທຳເພື່ອໜູນຊ່ວຍປະຊາຊົນ.
IGAD ຮຽກ​ຮ້​ອ​ງ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຊູ​ດັງ ຢຸດ​ຕິ​ການ​ປະ​ທະ​ກັນ - ảnh 1ສະໜາມບິນສາກົນ Khartoum, ຊູດັງ ໃນວັນທີ 20/4/2023 (ພາບ: AFP/TTXVN)

ວັນທີ 14 ເມສາ, ອົງການລະຫວ່າງລັດຖະບານກ່ຽວກັບການພັດທະນາພາກພື້ນ ອາຟະລິກາຕາເວັນອອກ (IGAD) ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມສົງຄາມຢູ່ ຊູດັງ ຢຸດຕິບັນດາການກະທຳເປັນປໍລະປັກໃນທັນທີ ແລະ ໃຫ້ບຸລິມະສິດໃນການປະຕິບັດບັນດາມາດຕະການການເມືອງ ໂດຍຜ່ານການເຈລະຈາ ເພື່ອຢຸດຕິການປະທະກັນທີ່ດຳເນີນໃນຕະຫຼອດ 1 ປີຜ່ານມາ. ໃນແຈ້ງການສື່ມວນຊົນ, ທ່ານ Workneh Gebeyehu ເລຂາຜູ້ບໍລິຫານຂອງ IGAD ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ຄວາມຈຳເປັນຕ້ອງເພີ່ມທະວີຄວາມມານະພະຍາຍາມ ເພື່ອແກ້ໄຂສະພາບການມະນຸດສະທຳທີ່ຮ້າຍແຮງ ແລະ ຄວາມເຈັບປວດ ເຊິ່ງປະຊາຊົນ ຊູດັງ ພວມປະເຊີນໜ້າ. ຜູ້ນຳໜ້າ IGAD ສືບຕໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ໃຫ້ການຮ່ວມມືກັນຢ່າງແໜ້ນແຟ້ນກັບອົງການນີ້ ເພື່ອຮັບປະກັນຢຸດຕິການປະທະກັນໃນທົ່ວປະເທດໃນຍາວນານ ແລະ ປະຕິບັດບັນດາມາດຕະການມະນຸດສະທຳເພື່ອໜູນຊ່ວຍປະຊາຊົນ.

ຕອບກັບ