ຕອນຄ່ຳວັນທີ 08 ມິຖຸນາ, ທີ່ນະຄອນ Tsukuba, ແຂວງ Ibaraki ຂອງ ຍີ່ປຸ່ນ, ກອງປະຊຸມລັດຖະມົນຕີເສດຖະກິດ, ດີຈີຕອນ ແລະ ການຄ້າກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໃນໂລກ (G20) ໄດ້ອອກຖະແຫຼງການຮ່ວມທີ່ເຫັນດີເປັນເອກະພາບການຮ່ວມມື “ການໝູນໃຊ້ພູມປັນຍາທຽມຢ່າງມີຄວາມຮັບຜິດຊອບ (AI)”. ນີ້ເປັນຄັ້ງທຳອິດ G20 ເຫັນດີເປັນເອກະພາບເມື່ອກ່ຽວກັບຫຼັກການທີ່ສະຫງວນໃຫ້ AI.
G20 ເປັນຄັ້ງທຳອິດໄດ້ເຫັນດີເປັນເອກະພາບຕໍ່ຫຼັກການທີ່ສະຫງວນໃຫ້ AI (ພາບ: AFP/TTXVN) |
ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບຮັບຮູ້ວ່າ: ໄປຄຽງຄູ່ກັບຜົນປະໂຫຍດອັນໃຫຍ່ຫລວງ ຊຶ່ງ AI ນຳມາໃຫ້ສັງຄົມນັ້ນ, ຈຳເປັນຕ້ອງຫຼີກລ້ຽງບັນດາຄວາມສ່ຽງທີ່ເປັນອັນຕະລາຍ ແລະ ກຳນົດວ່າ ຈະຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານລະຫວ່າງຊາດຢ່າງເສລີ; ບົນພື້ນຖານການສະເໜີຂອງ ຍີ່ປຸ່ນ, ກໍ່ສະເໜີຫຼັກການໜຶ່ງກ່ຽວກັບການສົ່ງຂໍ້ມູນ, ໃນນັ້ນ ຂໍ້ມູນຕ້ອງໄດ້ “ແລກປ່ຽນຢ່າງເສລີດ້ວຍຄວາມໄວ້ເນື້ອເຊື່ອໃຈ”.