G20 ປະກາດກອງທຶນ 1,4 ຕື້ USD ຮັບມືກັບໂລກລະບາດໃນອະນາຄົດ

Chia sẻ
(VOVWORLD) -ເຂົ້າຮ່ວມການປະກອບກອງທຶນມີ 24 ປະເທດ ແລະ ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາໝາກຜົນທີ່ບັນລຸໄດ້ໂດຍໄວຂອງກອງປະຊຸມສຸດຍອດ G20
G20 ປະກາດກອງທຶນ 1,4 ຕື້ USD ຮັບມືກັບໂລກລະບາດໃນອະນາຄົດ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo
(ພາບ: AFP)

        ວັນທີ 13 ພະຈິກ, ກ່ອນດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັນແຖວໜ້າໂລກ (G20) ຄາດວ່າ ຈະດຳເນີນໃນລະຫວ່າງວັນທີ 15 – 16 ພະຈິກ, ຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ, ການນຳສາທາລະນະສຸກ ແລະ ການເງິນຂອງບັນດາປະເທດສະມາຊິກ G20 ປະກາດກອງທຶນທີ່ມີມູນຄ່າ 1,4 ຕື້ USD ເພື່ອກະກຽມກໍລະນີໂລກຕ້ອງຮັບມືກັບໂລກລະບາດທີ່ຄ້າຍຄືກັບໂລກລະບາດໂຄວິດ-19 ໃນອະນາຄົດ. ເຂົ້າຮ່ວມການປະກອບກອງທຶນມີ 24 ປະເທດ ແລະ ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາໝາກຜົນທີ່ບັນລຸໄດ້ໂດຍໄວຂອງກອງປະຊຸມສຸດຍອດ G20.

        ໃນບົດກ່າວປາໄສຂອງຕົນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຊີ້ແຈ້ງວ່າ G20 ໄດ້ເຫັນດີສ້າງກອງທຶນດັ່ງກ່າວເພື່ອຮັບມື ແລະ ປ້ອງກັນຕ້ານພະຍາດຕ່າງໆໃນອະນາຄົດ. ໂດຍອຸປະຖຳໃຫ້ກອງທຶນດັ່ງກ່າວແມ່ນບັນດາປະເທດສະມາຊິກ G20 ພ້ອມກັບບາງປະເທດອື່ນ ແລະ ບາງອົງການຈັດຕັ້ງມະນຸດສະທຳ. ເຖິງຢ່າງໃດກໍ່ຕາມ, ຈຳນວນເງິນ 1,4 ຕື້ USD ດັ່ງກ່າວແມ່ນບໍ່ພຽງພໍ ແລະ ຕ້ອງການຫຼາຍກວ່າເຊິ່ງອາດຈະຂຶ້ນເຖິງ 31 ຕື້ USD ເພື່ອແກ້ໄຂສະພາບເກີດໂລກລະບາດໃນອະນາຄົດ.

ຕອບກັບ