(vovworld) – EU ແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງນະຄອນໂຮ່ຈິມິນ, ນັ້ນແມ່ນຄຳຢືນຢັນຂອງທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລແທງລຽມ, ທີ່ການພົບປະກັບທ່ານ Nicola Connolly, ປະທານສະຫະສະມາຄົມວິສາຫະກິດຫະກິດເອີລົບ ປະຈຳຫວຽດນາມ (Eurocham), ໃນວັນທີ 03/11. ທ່ານ Nicola Connolly ຖືວ່າ, ການພົບປະຄັ້ງນີ້ແມ່ນໂອກາດເພື່ອໃຫ້ Eurocham ແລະ ສະມາຄົມວິສາຫະກິດບັນດາປະເທດເອີລົບເໜືອ, ເອີລົບກາງ ແລະ ເອີລົບຕາເວັນອອກ, ເຍຢລະມັນ, ຝລັ່ງ… ສະເໜີໃຫ້ອຳນາດການປົກຄອງນະຄອນໂຮ່ຈິມິນ ບັນດາມາດຕະການຕ່າງໆເພື່ອໜູນຊ່ວຍບັນດາວິສາຫະກິດສະມາຊິກມີປະສິດທິຜົນກວ່າ, ຄຽງຂ້າງຂັ້ນ, ນີ້ກໍແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດເອີລົບ ອັບເດັດຂໍ້ມູນຂ່າວ, ບັນດານະໂຍບາຍດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ຈາກນັ້ນຊອກຫາກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ນະຄອນໂຮ່ຈິມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມໃນໄລຍະຈະມາເຖິງ.
ໄລ່ຮອດເດືອນ 10/2015, EU ມີ 656 ໂຄງການລົງທຶນເຂົ້ານະຄອນໂຮ່ຈິມິນ, ດ້ວຍຍອດເງິນລົງທຶນທັງໝົດແມ່ນ 4,3 ຕື້ USD.