ພາບປະກອບ: AFP |
ບັນດາແຫຼ່ງຂ່າວການຕ່າງປະເທດ ຢູ່ເອີລົບໃຫ້ຮູ້ວ່າ, ສະຫະພາບເອີລົບ ໄດ້ເຫັນດີເປັນເອກະພາບ ແລະ ອາດຈະວາງອອກບັນດາມາດຕະການແຂງກະດ້າງຕໍ່ບັນດາເຈົ້າໜ້າທີ່ ແລະ ອົງການຈັດຕັ້ງ ຢູ່ຈີນກັບບັນດາຂໍ້ກ່າວຫາລະເມີດສິດທິມະນຸດ, ການກະທຳທຳອິດຂອງກຸ່ມນີ້ ຈະໄດ້ຈັດວາງພາຍຫຼັງກ່ວາ 3 ທົດສະວັດ.
ຂ່າວກ່ຽວກັບບັນດາມາດຕະການແຂງກະດ້າງຂອງ ສະຫະພາບ ເອີລົບຕໍ່ຈີນໄດ້ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 27 ຂອງ ເອກອັກຄະລັດຖະທູດ ບັນດາປະເທດ ສະຫະພາບເອີລົບໃນວັນທີ 17 ມີນາ, ຕາມນັ້ນແລ້ວ, EU ຈະຈັດວາງບັນດາຄຳສັ່ງຫ້າມໄປມາ ແລະ ອາຍັດຊັບສິນສຳລັບ 4 ບຸກຄົນ ແລະ 1ອົງການຈັດຕັ້ງຢູ່ຈີນ ດ້ວຍບັນດາຂໍ້ກ່າວຫາລະເມີດສິດທິມະນຸດ.
ກ໋ວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ