EU ສະເໜີ “ມາດຕະການປ້ອງກັນຕົວ” ຈຳກັດສິນຄ້າລາຄາຖືກຈາກ ຢູແກຼນ

Chia sẻ
(VOVWORLD) - ຂໍ້ສະເໜີດັ່ງກ່າວອະນຸຍາດໃຫ້ມີມາດຕະການ “ແກ້ໄຂຢ່າງວ່ອງໄວ” ໃນກໍລະນີເກີດຄວາມຂາດວັກຂາດຕອນສຳລັບຕະຫຼາດ EU ແລະ ສຳລັບບັນດາຜະລິດຕະພັນທີ່ລະອຽດອ່ອນຄື: ສັດປີກ, ໄຂ່ ແລະ ນ້ຳຕານ.
EU ສະເໜີ “ມາດຕະການປ້ອງກັນຕົວ” ຈຳກັດສິນຄ້າລາຄາຖືກຈາກ ຢູແກຼນ - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 31 ມັງກອນ, ສະຫະພາບເອີລົບ (EU) ໄດ້ສະເໜີຕໍ່ກຳນົດເວລາຕື່ມອີກ 1 ປີ ສຳລັບຂໍ້ກຳນົດຍົກເວັ້ນພາສີນຳເຂົ້າສຳລັບຜະລິດຕະພັນກະເສດຂອງ ຢູແກຼນ, ແຕ່ຕ້ອງໄປພ້ອມ “ບັນດາມາດຕະການປ້ອງກັນຕົວ” ເພື່ອແນໃສ່ສະກັດກັ້ນສິນຄ້ານຳເຂົ້າລາຄາຖືກເຊື່ອມເຂົ້າຕະຫຼາດນີ້ ເຊິ່ງຈະກໍ່ຄວາມເສຍຫາຍໃຫ້ແກ່ຊາວກະສິກອນຂອງຕົນ. ຖະແຫຼງການຂອງຄະນະກຳມະການ ເອີລົບ (EC) ໄດ້ຊີ້ແຈ້ງວ່າ: ຂໍ້ສະເໜີດັ່ງກ່າວອະນຸຍາດໃຫ້ມີມາດຕະການ “ແກ້ໄຂຢ່າງວ່ອງໄວ” ໃນກໍລະນີເກີດຄວາມຂາດວັກຂາດຕອນສຳລັບຕະຫຼາດ EU ແລະ ສຳລັບບັນດາຜະລິດຕະພັນທີ່ລະອຽດອ່ອນຄື: ສັດປີກ, ໄຂ່ ແລະ ນ້ຳຕານ. ນີ້ໄດ້ຮັບຖືວ່າແມ່ນມາດຕະການ ຈະນຳໃຊ້ເພື່ອຮັບປະກັນປະລິມານສິນຄ້ານຳເຂົ້າຢູ່ໃນລະດັບປານກາງຂອງປີ 2022 – 2023.

        ເດືອນ ມິຖຸນາ 2022, EU ໄດ້ຍົກເລີກພາສາອາກອນ ແລະ ບັນດາການຈຳກັດອື່ນໃນ 12 ເດືອນ ສຳລັບສິນຄ້າຈາກ ຢູແກຼນ. ປີ 2023, EU ໄດ້ເຫັນດີເຫັນພ້ອມຕໍ່ກຳນົດເວລາຕື່ມອີກ ໜຶ່ງປີແລະ ຄາດວ່າຈະໝົດຜົນສັກສິດນັບແຕ່ເດືອນ ມິຖຸນາ ຈະມາເຖິງ.

ຕອບກັບ