EU ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ IS, Al-Qaeda

Chia sẻ
(VOVWORLD) - ປັດຈຸບັນ EU ພວມຈັດວາງບັນດາມາດຕະການລົງໂທດຕໍ່ 14 ສ່ວນບຸກຄົນ ແລະ 5 ກຸ່ມ ລວມມີການ ອາຍັດຊັບສິນ ແລະ ຫ້າມເຂົ້າອອກດິນແດນຂອງກຸ່ມນີ້.
EU ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ IS, Al-Qaeda  - ảnh 1ພາບປະກອບ: AFP/TTXVN

ວັນທີ 23 ຕຸລາ, ສະພາ ສະຫະພັນ ເອີລົບ (EU) ໃຫ້ຮູ້ວ່າ ບັນດາສະມາຊິກສະພາ ໄດ້ຮັບຮອງເອົາ ຂໍ້ຕົກລົງຕໍ່ກຳນົດເວລາບັນດາມາດຕະການຈຳກັດໃນປັດຈຸບັນ ຕໍ່ອົງການ ລັດ ອິດສະລາມ (IS) ອ້າງຊື່ເອງ ແລະ ກຸ່ມກໍ່ການຮ້າຍ Al-Qaeda  ກໍ່ຄືບັນດາສ່ວນບຸກຄົນ, ກຸ່ມ, ອົງການ ທີ່ກ່ຽວຂ້ອງ ຕື່ມອີກ 1 ປີ, ຮອດວັນທີ 31 ຕຸລາ ປີ 2024.

ປັດຈຸບັນ EU ພວມຈັດວາງບັນດາມາດຕະການລົງໂທດຕໍ່ 14 ສ່ວນບຸກຄົນ ແລະ 5 ກຸ່ມ ລວມມີການ ອາຍັດຊັບສິນ ແລະ ຫ້າມເຂົ້າອອກດິນແດນຂອງກຸ່ມນີ້. ໃນຂະນະນັ້ນ, ສ່ວນບຸກຄົນ ແລະ ອົງການ EU ກໍ່ບໍ່ໄດ້ຮັບການສະໜອງທຶນ, ຊັບສິນ ທາງການເງິນ ຫຼື ແຫຼ່ງກຳລັງດ້ານເສດຖະກິດໃຫ້ແກ່ສ່ວນບຸກຄົນ ແລະ ອົງການທີ່ນອນໃນບັນຊີລາຍຊື່ລົງໂທດນີ້. ບັນດາມາດຕະການຈຳກັດນີ້ ຈະເພີ່ມເຕີມໃຫ້ແກ່ບ້ວງລົງໂທດ ໂດຍ ສະພາຄວາມໝັ້ນຄົງ ສປຊ ຈັດວາງໃສ່ IS, Al-Qaeda.

ຕອບກັບ