EU ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ ລັດ​ເຊຍ ຕື່ມ​ອີກ 6 ເດືອນ

Chia sẻ
(VOVWORLD) - ສະພາເອີລົບຍົກໃຫ້ເຫັນຢ່າງຈະແຈ້ງວ່າ EU ປະກາດຄຳສັ່ງລົງໂທດ ຕໍ່ລັດເຊຍຄັ້ງທຳອິດໃນປີ 2014 ພາຍຫຼັງລັດເຊຍໂຮມແຫຼມ Crimea ເຂົ້າປະເທດຕົນ.
EU ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ ລັດ​ເຊຍ ຕື່ມ​ອີກ 6 ເດືອນ - ảnh 1ພາບປະກອບ: AFP/TTXVN

ວັນທີ 20 ກໍລະກົດ, ສະຫະພາບເອີລົບ (EU) ປະກາດຂໍ້ຕົກລົງແກ່ຍາວບັນດາມາດຕະການລົງໂທດ ລັດເຊຍ ທີ່ກ່ຽວກັບ ບັ້ນການທະຫານພິເສດຂອງ ລັດເຊຍຢູ່ ຢູແກຼນ. ບັນດາມາດຕະການລົງໂທດຈະຕໍ່ກຳນົດເວລາຕື່ມອີກ 6 ເດືອນຈົນຮອດໝົດວັນທີ 31 ມັງກອນປີ 2024.

ສະພາເອີລົບຍົກໃຫ້ເຫັນຢ່າງຈະແຈ້ງວ່າ EU ປະກາດຄຳສັ່ງລົງໂທດ ຕໍ່ລັດເຊຍຄັ້ງທຳອິດໃນປີ 2014 ພາຍຫຼັງລັດເຊຍໂຮມແຫຼມ Crimea ເຂົ້າປະເທດຕົນ. ບັນດາຄຳສັ່ງລົງໂທດນີ້ ໄດ້ຕໍ່ກຳນົດເວລາຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 8 ປີຜ່ານມາ ແລະ ໄດ້ຂະຫຍາຍກ້ວາງອອກຫຼາຍພໍສົມຄວນໃນເດືອນກຸມພາ ປີ 2022, ເຊິ່ງກ່ຽວຂ້ອງເຖິງບັ້ນການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກຼນ. ບັນດາມາດຕະການລົງໂທດໃນປັດຈຸບັນຂອງ EU ເລັ່ງໃສ່ຫຼາຍຂົງເຂດຂອງ ລັດເຊຍ, ໃນນັ້ນມີບັນດາຂໍ້ຈຳກັດດ້ານການຄ້າ, ການເງິນ, ເຕັກໂນໂລຢີ ແລະ ສິນຄ້າປະເພດອຸປະກອນ, ເຕັກນິກ, ອຸດສາຫະກຳ, ການຂົນສົ່ງ ແລະ ສິນຄ້າທີ່ມີຄ່າ. ບັນດາມາດຕະການລົງໂທດກໍ່ລວມມີຄຳສັ່ງຫ້າມນຳເຂົ້າ ຫຼື ຂົນສົ່ງນ້ຳມັນດິບທາງທະເລ ແລະ ບາງຜະລິດຕະພັນຫັນປ່ຽນເປັນນ້ຳມັນຈຳນວນໜຶ່ງຈາກ ລັດເຊຍ ໄປຍັງ EU…

ຕອບກັບ