ສຳນັກງານ ECB ຢູ່ Frankfurt am Main, ເຢຍລະມັນ. ພາບ: AFP/ TTXVN |
ຕາມທ່ານນາງ Christine Lagarde ແລ້ວ, ຜົນກະທົບຕົວຈິງຂອງໂຄວິດ-19 ທີ່ມີຕໍ່ພື້ນຖານເສດຖະກິດ eurozone ຈະຢູ່ໃນລະດັບ “ປານກາງ” ຫຼື “ຮ້າຍແຮງ”. ເຖິງຢ່າງໃດກໍ່ຕາມ, ທ່ານນາງປະທານ ECB ກໍ່ໃຫ້ຮູ້ວ່າ: “ບໍ່ຕ້ອງກັງວົນຫລາຍເກີນໄປ” ກ່ຽວກັບຄວາມສ່ຽງໂລກລະບາດໂຄວິດ-19 ອາດຈະກໍ່ໃຫ້ເກີດວິກິດການໃໝ່ໃນ eurozone ເຖິງວ່າບັນດານັກວາງແຜນນະໂຍບາຍ ຍັງຈະຕ້ອງສືບຕໍ່ຕິດຕາມລະດັບໜີ້ສາທາລະນະ ທີ່ພວມນັບມື້ນັບສູງຂຶ້ນຢູ່ພາກພື້ນນີ້ ຍ້ອນລັດຖະບານປະເທດຕ່າງໆ ຕ້ອງກູ້ຢືມເງິນ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຜົນກະທົບຈາກໂລກລະບາດດັ່ງກ່າວ.