BRICSສ້າງຕັ້ງທະນາຄານພັດທະນາລວມ

Chia sẻ
ທະນາຄານ​ພັດທະນາ​ໃໝ່ (NDB), ​ໄດ້​ຮັບ​ການ​ກຳ​ເນີ​ດ​ໃນ​ສະພາບ​ການ​ບັນດາ​ປະ​ເທດ​ສະມາ​ຊິກ ກໍ່​ຄື​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ
BRICSສ້າງຕັ້ງທະນາຄານພັດທະນາລວມ - ảnh 1
ບັນດາການນຳກຸ່ມ BRICS ເຂົ້າຮ່ວມກອງປະຊຸມ ໂຕະມົນ
(ພາບ: AFP/TTXVN)

(vovworld) – ທີ່​ກອງ​ປະຊຸມ​ສຸດຍອດ​ຄັ້ງ​ທີ 6 ​ໃນ​ວັນ​ທີ 15/7, ຢຸ່ນະຄອນ Fortaleza, ປະ​ເທດ ບຣາຊີ​ນ, ບັນດາ​ປະ​ເທດ​ກຸ່ມ​ພື້ນຖາ​ນ​ເສດຖະກິດ​ຫາ​ກໍ່ພົ້ນ​ເດັ່ນ​ຂຶ້ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (BRICS) ​ເຊິ່ງລວມມີ 5 ປະ​ເທດ: ບຣາຊີ​ນ, ລັດ​ເຊຍ, ອີນ​ເດຍ, ຈີນ ​ແລະ ອາບຟຣີກາ​ ໃຕ້ ​ໄດ້​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ທະນາຄານ​ລວມ, ​ເພື່ອ​ແນ​ໃສ່​ປຸກລະດົມ​ແຫຼ່ງທຶນ​ໃຫ້​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ ​ແລະ ພັດທະນາ​ຢູ່​ບັນດາ​ປະ​ເທດ​ສະມາຊິກ ​ແລະ ບັນດາ​ພື້ນ​ຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ​ແລະ ພວມ​ພັດທະນາ​ອື່ນ​. ທະນາຄານ​ຂອງ BRICS ມີ​ຊື່ວ່າ: ທະນາຄານ​ພັດທະນາ​ໃໝ່ (NDB), ​ໄດ້​ຮັບ​ການ​ກຳ​ເນີ​ດ​ໃນ​ສະພາບ​ການ​ບັນດາ​ປະ​ເທດ​ສະມາ​ຊິກ ກໍ່​ຄື​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ​ແລະ ບັນດາ​ປະ​ເທດ​ພວມ​ພັດທະນາ​ອື່ນ​ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ​ໃນ​ເລື່ອງ​ສຳ​ພັດ​ກັບ​ແຫຼ່ງທຶນ​ຈາກ​ບັນດາ​ອົງການ​ການ​​ເງິນສາກົນ​ເພື່ອ​ປະຕິບັດ​ໂຄງການ​ພື້ນຖານ​ໂຄງ​ລ່າງ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຕ່າງໆ. ​ເລື່ອງ​ສ້າງ​ຕັ້ງ​ທະນາຄານ​ແຫ່ງ​ນີ້​ໄດ້​ຮັບ​ການ​ຮັບຮອ​ງ​ເອົາ​ທີ່​ກອງ​ປະຊຸ​ມສຸດ​ຍອດ BRICS ຢູ່ ອາບຟຣີກາ ​ໃຕ້ ​ໃນ​ເດືອນ 3/2013. ທະນາຄານ​ຈະ​ຕັ້ງ​ສຳນັກງານ​ຢູ່ ຊຽງ​ໄຮ່ ປະ​ເທດ ຈີນ, ມີ​ຍອດ​ຈຳນວນ​ເງິນ​ໃນ​ເບື້ອງ​ຕົ້ນ​ແມ່ນ 100 ຕື້ USD, ​ໃນ​ນັ້ນ​ທຶນຂອງ​ທະນາຄານ​ແມ່ນ 50 ຕື້ USD, ​ແບ່ງ​ສະ​ເໜີ​ໃຫ້​ບັນດາ​ປະ​ເທດ​ສ້າງ​ຕັ້ງ. ຂໍ້​ຕົກລົງ​ສ້າງ​ຕັ້ງ NDB ມີ​ຜົນ​ສັກສິດ​ພາຍຫຼັງ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ຈາກ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ສະມາ​ຊິກ.