BRICS ສະໜັບສະໜູນການຄ້າຫລາຍຝ່າຍ, ເຊີດຊູຄວາມສຳຄັນຂອງການປະຕິວັດອຸດສາຫະກຳ 4.0

Chia sẻ
(VOVWORLD) - ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າໂລກ - BRICS ລວມມີ (ບຣາຊິວ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຣີກາໃຕ້) ເຊິ່ງດຳເນີນໃນວັນທີ 26 ກໍລະກົດຢູ່ນະຄອນ Johannesburg, ປະເທດ ອາຟຣີກາໃຕ້.
BRICS ສະໜັບສະໜູນການຄ້າຫລາຍຝ່າຍ, ເຊີດຊູຄວາມສຳຄັນຂອງການປະຕິວັດອຸດສາຫະກຳ 4.0 - ảnh 1ບັນດາການນຳ BRICS ທີ່ກອງປະຊຸມ ຢູ່Johannesburg ວັນທີ 26/7 (ພາບ: AFP/TTXVN) 

ບັນດາການນຳ BRICS ໄດ້ລົງນາມໃນຖະແຫຼງການຮ່ວມສະໜັບສະໜູນລະບົບການຄ້າຫລາຍຝ່າຍເປີດ ແລະ ຮອບດ້ານ.

        ການນຳບັນດາປະເທດ ບຣາຊິວ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຣີກາໃຕ້ ຊອກໄດ້ສຽງເວົ້າລວມໃນການສະໜັບສະໜູນການຄ້າທົ່ວໂລກຢູ່ກອງປະຊຸມສຸດຍອດທີ່ແກ່ຍາວເປັນເວລາ 3 ວັນດັ່ງກ່າວ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຕໍ່ສູ້ຕ້ານລັດທິຝ່າຍດຽວ ແລະ ລັດທິອາລັກຂາ ພາຍຫລັງຄຳນາບຂູ່ຈັດວາງອັດຕາພາສີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.

        ຖະແຫຼງການເຊິ່ງການນຳ 5 ປະເທດລົງນາມນັ້ນໄດ້ຊີ້ແຈ້ງວ່າ “ພວກຂ້າພະເຈົ້າຮັບຮູ້ວ່າ ລະບົບການຄ້າຫລາຍຝ່າຍພວມປະເຊີນໜ້າຕໍ່ບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ພວກຂ້າພະເຈົ້າເນັ້ນໜັກເຖິງຄວາມສຳຄັນຂອງພື້ນຖານເສດຖະກິດໂລກເປີດ”.

ຕອບກັບ