ASEM ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສິດ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ຂອງແມ່​ຍິງ

Chia sẻ
(VOVWORLD) -ມີຜູ້ແທນເກືອບ 130 ທ່ານ ຢູ່ ສະຖານທີ່ເຊື່ອມຕໍ່ກ່ວາ 40 ແຫ່ງ ຈາກ 41 ປະເທດສະມາຊິກ ASEM ແລະ 7 ອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມການໂອ້ລົມສົນທະນາ.
ASEM ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສິດ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ຂອງແມ່​ຍິງ - ảnh 1ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນໄຂ ໂອ້ລົມສົນທະນາ

ຕອນບ່າຍວັນທີ 12 ເດືອນຕຸລາ 2020, ການໂອ້ລົມສົນມະນາຂັ້ນສູງຂອງ ເວທີປາໄສການຮ່ວມມືລະຫວ່າງ ອາຊຽນ - ເອີລົບ (ASEM) ກ່ຽວກັບ ການ “ຊຸກຍູ້ສິດອຳນາດດ້ານເສດຖະກິດຂອງແມ່ຍິງໃນສະພາບການເກີດໂລກລະບາດ Covid - 19” ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມຈັດຕັ້ງ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ມີຜູ້ແທນເກືອບ 130 ທ່ານ ຢູ່ ສະຖານທີ່ເຊື່ອມຕໍ່ກ່ວາ 40 ແຫ່ງ ຈາກ 41 ປະເທດສະມາຊິກ ASEM ແລະ 7 ອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມການໂອ້ລົມສົນທະນາ.

ກ່າວຄຳເຫັນທີ່ວາລະໄຂການໂອ້ລົມສົນທະນາ, ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີສ້າງຂີດໝາຍໃນການປະຕິບັດຫັນເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງສິດອຳນາດຂອງແມ່ຍິງ ໃຫ້ປະກົດຜົນເປັນຈິງ, ສ້າງຂີດໝາຍ 25 ປີແຫ່ງການປະຕິບັດຖະແຫຼງການປັກກິ່ງ ແລະ ພື້ນຖານການກະທຳຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, 20 ປີແຫ່ງວັນປະຕິບັດມະຕິເລກທີ 1325 ຂອງ ສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ທ່ານໂຕແອງຢຸງ ໄດ້ສະເໜີໃຫ້ ASEM ຈົ່ງເພີ່ມທະວີການຮ່ວມມືເຊື່ອມຕໍ່ ອາຊີ - ເອີລົບ ໃຫ້ຫຼາຍກ່ວາອີກ, ເຫັນດີເປັນເອກະພາບຄວາມຮັບຮູ້ເພື່ອມີບັນດານະໂຍບາຍສົມທົບກັນເພື່ອຍົກສູງສິດອຳນາດຂອງແມ່ຍິງ ເພື່ອແນໃສ່ບັນລຸໄດ້ “ເປົ້າໝາຍຄວບຄູ່” ໃນການຮັບມື, ຫຼຸດຜ່ານຜົນສະທ້ອນ ແລະ ຟື້ນຟູ ເສດຖະກິດພາຍຫຼັງໂລກລະບາດ Covid – 19. ອາຊຽນຕ້ອງນຳໜ້າໃນການປະຕິບັດການຫັນເປົ້າໝາຍບໍ່ປະໃຫ້ຜູ້ໃດ ແລະ ແມ່ຍິງໃດຖືກຕົກຢູ່ທາງຫຼັງ.

ຕອບກັບ