ທິມຊາດບານເຕະ ຫວຽດນາມ
(ພາບປະກອບ:AFF)
|
ດ້ວຍລາງວັນນີ້ ກວາງຫາຍ ໄດ້ກາຍເປັນນັກເຕະບານຂອງຫວຽດນາມ ຄົນທຳອິດ ໄດ້ຮັບການເຊີດຊູຢູ່ເຫດການສຳຄັນນີ້. ນອກນັ້ນ ທິມຊາດຫວຽດນາມ, ຄູເຝິກ Park Hang Seo ກໍ່ໄດ້ຮັບລາງວັນ “ທິມຊາດບານເຕະເພດຊາຍດີເດັ່ນ” ແລະ “ຄູເຝິກທິມຊາດດີເດັ່ນຂອງອາຊີຕາເວັນອອກສ່ຽງໃຕ້ປີ 2019”. ນີ້ແມ່ນບັນດາລາງວັນໂດຍ ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF) ສົມທົມກັບສະຫະພັນບານເຕະຫວຽດນາມ ຈັດຕັ້ງ. ກ່າວຄຳເຫັນນະພິທີມອບລາງວັນ, ທ່ານ Park Hang Seo ຖືວ່າ: ດ້ວຍຄວາມຮັກ,ຄວາມມານະພະຍາຍາມຂອງຊາວຫວຽດນາມ ນັ້ນແມ່ນແຫລ່ງລະດົມກຳລັງໃຈ, ກຳລັງຫນູນເພື່ອໃຫ້ທິມຊາດຫວຽດນາມ ຍາດໄດ້ລາງວັນອັນສູງສົ່ງໃນວັນນີ້.