8ປະເທດອາຊຽນລົງທຶນກວ່າ56ຕື້USDເຂົ້າຫວຽດນາມ

Chia sẻ
(vovworld) - ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການລົງທຶນ​ຫວຽດນາມ ​ແລ້ວ, ປະຈຸ​ບັນ​ມີ 8 ປະ​ເທດ​ອາ​ຊຽນລົງທຶນ​ເຂົ້າ​ຫວຽດນາມ
8ປະເທດອາຊຽນລົງທຶນກວ່າ56ຕື້USDເຂົ້າຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການລົງທຶນ​ຫວຽດນາມ ​ແລ້ວ, ປະຈຸ​ບັນ​ມີ 8 ປະ​ເທດ​ອາ​ຊຽນລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ 2.700 ກວ່າ​ໂຄງການ, ລວມຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ 56,85 ຕື້ USD, ກວມ​ເກືອບ 21% ຂອງ​ຍອດ​ຈຳນວນ​ເງິນ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ ຫວຽດນາມ. ນັ້ນ​ແມ່ນ​ບັນດາ​ປະ​ເທດ: ສິງ​ຄະ​ໂປ, ມາ​ເລ​ເຊຍ, ​ໄທ, ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ລາວ ​ແລະ ກຳປູ​ເຈຍ. ມາ​ຮອດ​ປະຈຸ​ບັນ, ບັນດາ​ນັກ​ລົງທຶນ​ໃນ​ກຸ່ມ​ອາ​ຊຽນ ​ໄດ້​ມີໜ້າ​ຢູ່ 57/63 ​ແຂວງ, ນະຄອນ​ຂອງ​ທົ່ວ​ປະ​ເທດ, ​ເຊິ່ງຕົ້ນຕໍ​ແມ່ນ​ສຸມ​ໃສ່​ບັນດາ​ນະຄອນ​ໃຫຍ່, ມີ​ເງື່ອນ​ໄຂ​ພັດທະນາ​ຢ່າງ​ສະດວກ, ​ເຊັ່ນ: ນະຄອນ ​ໂຮ່ຈີ​ມິນ, ຮ່າ​ໂນ້ຍ, ບ່າ​ເຣ້ຍ - ວຸງ​ເຕົ່າ, ບິ່ງ​ເຢືອງ, ດົ່ງ​ນາຍ… ​ເງິນ​ລົງທຶນ​ຕົ້ນຕໍ​ແມ່ນ​ສຸມ​ໃສ່​ບັນດາ​ຂະ​ແໜງ​ຜະລິດ​ປຸງ​ແຕ່ງ, ກວມ​ປະມານ 40% ຈຳນວນ​ໂຄງການ; ຖັດມາ​ແມ່ນ​ຂະ​ແໜງ​ດ​ຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ.