70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: “ບົດເພງໄຊ” ສ້າງແຫຼ່ງບັນດານໃຈຢູ່ທົ່ວ 5 ທະວີບ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່ Alberto Anaya Guitierrez ຢັ້ງຢືນວ່າ: ໄຊຊະນະ ດ້ຽນບຽນຝູ ແລະ ໄຊຊະນະວັນທີ 30 ເມສາ ແມ່ນການພິສູດ ແລະ ແມ່ນສັນຍາລັກແຫ່ງຄວາມຄາດຫວັງ, ກຳລັງແຮງຂອງ ຊາດໜຶ່ງຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ.
70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: “ບົດເພງໄຊ” ສ້າງແຫຼ່ງບັນດານໃຈຢູ່ທົ່ວ 5 ທະວີບ - ảnh 1ພາບປະກອບ

ນັບແຕ່ວັນທີ 7 ພຶດສະພາ 1945, ເຂດດິນແດນ ດ້ຽນບຽນຝູ ໄດ້ກາຍເປັນສະຖານທີ່ເຊິ່ງຊັ້ນຄົນກ້າວໜ້າໃນທົ່ວໂລກຮູ້ຈັກກັນດີ. ນີ້ແມ່ນຂໍ້ສັງເກດຂອງທ່ານ Alberto Anaya Guitierrez, ເລຂາທິການໃຫຍ່ ພັກແຮງງານ ເມກຊີໂກ (PT), ເນື່ອງໃນໂອກາດການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024) ແລະ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2024). ທ່ານເລຂາທິການໃຫຍ່ Alberto Anaya Guitierrez ຢັ້ງຢືນວ່າ: ໄຊຊະນະ ດ້ຽນບຽນຝູ ແລະ ໄຊຊະນະວັນທີ 30 ເມສາ ແມ່ນການພິສູດ ແລະ ແມ່ນສັນຍາລັກແຫ່ງຄວາມຄາດຫວັງ, ກຳລັງແຮງຂອງ ຊາດໜຶ່ງຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ. ຕາມທ່ານເລຂາທິການໃຫຍ່ PT ແລ້ວ, ນ້ຳໃຈສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຈດຈຳນົງຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະ ແລະ ບັນດາບົດຮຽນປະຫວັດສາດຈາກໄຊຊະນະ ດ້ຽນບຽນຝູ ຍັງຄົງຮັກສາຄຸນຄ່າເໝືອນເດີມມາຮອດປະຈຸບັນ. ໄຊຊະນະນີ້ໄດ້, ພວມ ແລະ ສືບຕໍ່ເພີ່ມກຳລັງແຮງໃຫ້ແກ່ ຫວຽດນາມ ກ້າວເດີນບົນເສັ້ນທາງເຊິ່ງປະທານ ໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ ໄດ້ເລືອກເຟັ້ນ.

ຕອບກັບ