ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ

(ເລ້ຈີ - ລວບລວມ)
Chia sẻ
(VOVWORLD) - ເນື່ອງໃນໂອກາດວັນພັກບຸນວັນຊາດ ຫວຽດນາມ ວັນທີ 02 ກັນຍາ, ມີຫຼາຍຄອບຄົວໄດ້ວາງແຜນຈະໄປທ່ຽວ, ເພື່ອຫຼີກຈາກຄວາມວົນແຊວຂອງເຂດໃນເມືອງ. ຕໍ່ໄປນີ້, Media VOV5 ຂໍແນະນຳບາງສະຖານທີ່ທ່ອງທ່ຽວເນື່ອງໃນວັນພັກບຸນວັນຊາດ ທີ 02 ກັນຍາ ແຕ່ເໜືອຮອດໃຕ້.
ເຂດພູພຽງຫີນ ດົ່ງວັນ
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 1
ໃນປະມານເດືອນກັນຍາ, ເດືອນຕຸລາ, ເມື່ອອາກາດເລີ່ມມີສາຍລົມເຢັນສະບາຍ, ຜູ້ທີ່ມັກການທ່ອງທ່ຽວນັດກັນໄປເຂດທີ່ລື້ງເຄີຍ - ເຂດພູພຽງຫີນ ດົ່ງວັນ (ຮ່າຢາງ).
(ພາບ: VOV)
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 2
ຈາກທາງຂຶ້ນໄປກິ່ວ ມາປີແລງ, ຫຼຽວລົງເບິ່ງແມ່ນ້ຳ ຍໍເກວ, ແສງແດດເປັນສີທອງຄືດັ່ງນ້ຳເຜິ້ງ.
(ພາບ: VOV)
ມູ່ກາງຈາຍ
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 3
ເດືອນ ກັນຍາ, ອາກາດເລີ່ມໜາວຂອງລະດູໃບໄມ້ຫຼົ່ນກໍ່ແມ່ນຈຸດເວລາທີ່ເຂົ້າສຸກເຫຼືອງຢູ່ທົ່ງນາຂັ້ນໄດທີ່ໃຫຍ່ໂຕມະໂຫຖານ ມູ່ກາງຈາຍ, ແຂວງ ອຽນບາຍ.
(ພາບ: VOV2)
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 4
“ລະດູເຂົ້າສຸກເຫຼືອງ” ເປັນຈຸດເວລາທີ່ດຶງດູດບໍ່ວ່າຜູ້ໃດເມື່ອມາຢ້ຽມຢາມດິນແດນທີ່ສວຍງາມແຫ່ງນີ້.
(ພາບ: tamviet.tienphong.vn)
ປູ່ຫຼວງ
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 5
ປູ່ຫຼວງ (ແຂວງ ແທັງຮວາ) ພວມກາຍເປັນໜຶ່ງໃນບັນດາສະຖານທີ່ດຶງດູດໃຈທີ່ສຸດໃນຫວ່າງມໍ່ໆມານີ້. ການໄປທ່ອງທ່ຽວ ປູ່ຫຼວງ ເປັນທາງເລືອກທີ່ເໝາະສົມເພື່ອໃຫ້ເພື່ອນໄດ້ເຊື່ອມຕົວເຂົ້າກັບທຳມະຊາດທີ່ສົດຊື່ນ, ເຢັນສະບາຍ.
(ພາບ: Alongwalker)
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 6
ເຊີນບ່າເມື່ອຍ ແມ່ນ 3 ໝູ່ບ້ານເຂດພູສູງທີ່ຍັງຄົງຮັກສາຄວາມງາມແບຍດັ້ງເດີມຢູ່ເຂດອະນຸລັກຮັກສາທຳມະຊາດ ປູ່ຫຼວງ.
(ພາບ: VOV2)
ຄຸ້ມຖະໜົນເກົ່າ ໂຮ້ຍອານ
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 7
ຢູ່ໂຮ້ຍອານ, ເດືອນ ກັນຍາ, ເດືອນ ຕຸລາ ແມ່ນໃກ້ຈະເຂົ້າສູ່ລະດູຝົນ. ແສງແດດກໍ່ເລີ່ມອ່ອນໆແລ້ວ.
(ພາບ: thanhnien.vn)
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 8
(ພາບ: dantri.com.vn)
ເກາະ ລີເຊີນ
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 9
ຮ່ອງຮອຍຂອງປາກພູເຂົາໄຟ 10 ແຫ່ງ ຢູ່ເມືອງເກາະ ລີເຊີນ (ກວາງງ້າຍ)
(ພາບ: dantri.com.vn)
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 10

(ພາບ: dantri.com.vn)

ປ່າສະນັດ ຈ່າຊື
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 11
ລະດູນ້ຳຂຶ້ນຢູ່ແຂວງ ອານຢາງ ຍາມໃດກໍ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ເຂດປ່າສະນັດ ຈ່າຊື ໄດ້ຮັບການຕີລາຄາວ່າແມ່ນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ ແລະ ເປັນເອກະລັກສະເພາະຂອງແຂວງ ອານຢາງ.
(ພາບ: vivu.net)
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 12
ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວຈະຮູ້ສຶກຕື້ນຕັນໃຈກັບແຖວຕົ້ນສະນັດຢູ່ສອງຟາກທາງ.
(ພາບ: vivu.net)
ດ່າລາດ
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 13
ກິ່ວ ລອງແລງ ແມ່ນບ່ອນເພື່ອລ່າຫາຊົມເມກ ເຊື່ອມຕໍ່ລະຫວ່າງນະຄອນ ດ່າລາດ ກັບ ຍາຢາງ.
(ພາບ: vietnamtourism.gov.vn)
ແນະນຳບາງສະຖານທີ່ທ່ອງທ່ຽວໃນວັນທີ 02 ກັນຍາ ຢູ່ທັງ 3 ພາກຂອງ ຫວຽດນນາມ - ảnh 14
ໂດຍຫ່າງຈາກໃຈກາງນະຄອນ ດ່າລາດ ປະມານ 60 ກິໂລແມັດ, ນ້ຳຕົກຕາດ ບາວດາຍ ເປັນນ້ຳຕົກຕາດທີ່ສູງທີ່ສຸດຢູ່ແຂວງ ເລີມດົ່ງ. ທິວທັດທຳມະຊາດຢູ່ແຫ່ງນີ້ຍັງຄົງຮັກສາຄວາມເປັນທຳມະຊາດແບບດັ້ງເດີມ.
(ພາບ: @mia)

ຕອບກັບ